lo_tn/isa/66/07.md

1.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າຕໍ່ໄປ.

ກ່ອນທີ່ນາງຈະເຈັບທ້ອງ, ນາງກໍເກີດລູກ; ກ່ອນທີ່ຄວາມເຈັບປວດຈະມາເຖິງນາງ, ນາງໄດ້ເກີດລູກຊາຍຜູ້ຫນຶ່ງ

ພຣະຢາເວເວົ້າກ່ຽວກັບຊີໂອນຄືກັບວ່າມັນແມ່ນຜູ້ຍິງທີ່ກຳ ລັງຈະເກີດລູກ. ເຖິງແມ່ນວ່າຊີໂອນໄດ້ຖືກທຳລາຍ ແລະ ປະຊາຊົນບໍ່ໄດ້ອາໄສຢູ່ບ່ອນນັ້ນອີກຕໍ່ໄປ, ແຕ່ພຣະຢາເວສັນຍາໂດຍບໍ່ມີການຊັກຊ້າ ແລະ ດ້ວຍຄວາມພະຍາຍາມພຽງເລັກຫນ້ອຍປະຊາຊາດທັງຫມົດຈະມາຈາກນາງ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)

ໃຜເຄີຍໄດ້ຍິນເລື່ອງເຊັ່ນນີ້? ຜູ້ໃດເຄີຍໄດ້ເຫັນສິ່ງດັ່ງກ່າວ? ແຜ່ນດິນຈະເກີດຂຶ້ນໃນມື້ດຽວບໍ? ປະຊາຊາດຫນຶ່ງຈະຖືກສ້າງຕັ້ງຂຶ້ນໃນເວລາດຽວໄດ້ບໍ?

ພຣະຢາເວໃຊ້ຄຳຖາມເພື່ອເນັ້ນຫນັກວ່າເຫດການນີ້ຈະບໍ່ຄືເຫດການໃດໆ. ຄຳຖາມເຫລົ່ານີ້ສ້າງຄວາມກົດດັນ ຈົນກະທັງຊີໂອນໄດ້ຖືກກ່າວເຖິງໃນທີ່ສຸດຊີ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-rquestion)