lo_tn/isa/64/10.md

2.4 KiB

ຂໍ້ມູນທົ່ວໄປ:

ປະຊາຊົນອິດສະຣາເອນສືບຕໍ່ເວົ້າກັບພຣະຢາເວຕໍ່ໄປ.

ເມືອງທີ່ບໍລິສຸດທັງຫລາຍຂອງພຣະອົງໄດ້ກາຍເປັນຖິ່ນແຫ້ງແລ້ງກັນດານ

ສິ່ງດັ່ງກ່າວເນັ້ນຫນັກວ່າບັນດາຕົວເມືອງຖືກທຳລາຍແລະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ.

ພຣະວິຫານອັນບໍລິສຸດແລະສວຍງາມຂອງພວກຂ້ານ້ອຍ, ທີ່ຊຶ່ງບັນພະບຸລຸດຂອງພວກຂ້ານ້ອຍໄດ້ຍ້ອງຍໍສັນລະເສີນພຣະອົງ, ໄດ້ຖືກໄຟເຜົາທຳລາຍ

ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ສັດຕູໄດ້ທຳລາຍພຣະວິຫານອັນບໍລິສຸດແລະສວຍງາມຂອງພວກເຮົາ, ບ່ອນທີ່ບັນພະບຸລຸດຂອງພວກເຮົາໄດ້ຍ້ອງຍໍສັນລະເສີນພຣະອົງ, ໂດຍໄຟ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-activepassive)

ພຣະອົງຍັງຊົງຢັບຢັ້ງຢູ່ໄດ້ຢ່າງໃດ? ພຣະອົງຍັງຊົງງຽບແລະເຮັດໃຫ້ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຕະຫລອດໄປໄດ້ຢ່າໃດ?

ພວກເຂົາໃຊ້ຄຳຖາມເພື່ອສະແດງຄວາມທໍ້ແທ້ໃຈເພາະວ່າພຣະເຈົ້າຍັງບໍ່ມາຊ່ວຍພວກເຂົາເທື່ອ. ອາດແປໄດ້ອີກວ່າ: "ກະລຸນາຢ່າຢັບຢັ້ງຢູ່, ໂອ້ພຣະຢາເວ, ຂໍຢ່າຊົງມິດງຽບ ແລະ ຮັດໃຫ້ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຕະຫລອດໄປ!" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-rquestion)