lo_tn/isa/60/08.md

2.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ກ່າວກັບປະຊາຊົນອິດສະຣາເອນຕໍ່ໄປ.

ຄົນເຫລົ່ານີ້ແມ່ນໃຜທີ່ບິນມາເຫມືອນເມກ, ແລະ ເຫມືອນນົກພິລາບທີ່ກັບມາຍັງ ທີ່ພັກອາໄສຂອງພວກມັນ?

ພຣະຢາເວໃຊ້ຄຳຖາມ ແລະ ພາບບົດກະວີເພື່ອດຶງດູດຄວາມສົນໃຈຢູ່ນີ້. ພຣະອົງປຽບທຽບທ່າເຮືອກັບເມກ ແລະນົກ. ນີ້ກໍ່ແມ່ນພາບຂອງຊາວອິດສະຣາເອນ ກັບຄືນສູ່ປະເທດທີ່ພວກເຂົາເປັນເຈົ້າຂອງ. ອາດແປໄດ້ອີກວ່າ: "ເບິ່ງແມ, ເຮົາເຫັນບາງສິ່ງບາງຢ່າງຄ້າຍຄືເມກເຄື່ອນຍ້້າຍຢ່າງວອ່ງໄວ ແລະ ຄືນົກເຂົາທີ່ກັບຄືນສູ່ບ່ອນພັກເຊົາຂອງພວກມັນ." (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-simile]])

ແຜ່ນດິນແຄມທະເລ

ນີ້ຫມາຍເຖິງຄົນທີ່ອາໄສຢູ່ແຄມຝັ່ງທະເລ ແລະ ອະທິບາຍພື້ນທີ່ຂອງເຂດແຄມຝັ່ງທະເລຄືກັບວ່າມັນເປັນຄົນທີ່ເບິ່ງອອກໄປ. ອາດແປໄດ້ອີກວ່າ: "ປະຊາຊົນຈາກເຂດແຄມຝັ່ງທະເລ" (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]])

ເຮືອທັງຫລາຍຂອງເມືອງທາຊາ

ການສະແດງອອກແບບນີ້ມັກຈະຫມາຍເຖິງເຮືອຂົນສົ່ງສິນຄ້າຂະຫນາດໃຫຍ່ເຫມາະສຳລັບການເດີນໄລຍະທາງຍາວ.

ອົງບໍລິສຸດຂອງອິດສະຣາເອນ

ແປຂໍ້ນີ້ໃນບົດ 1: 4.

ພຣະອົງໄດ້ເຮັດໃຫ້ພວກເຈົ້າໄດ້ຮັບກຽດ

"ພຣະຢາເວໄດ້ໃຫ້ກຽດພວກເຈົ້າ, ປະຊາຊົນອິດສະຣາເອນ"