lo_tn/isa/59/09.md

2.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ຄວາມຍຸດຕິທຳຈຶ່ງຢູ່ຫ່າງໄກຈາກພວກເຮົາ

ຄຳວ່າ "ພວກເຮົາ" ຫມາຍເຖິງເອຊາຢາ ແລະ ປະຊາຊົນອິດສະຣາເອນ. "ຫ່າງໄກ" ຫມາຍເຖິງຄວາມຍຸຕິທຳຫາຍໄປ ແລະ ຍາກທີ່ຈະໄດ້ຮັບ. ອາດຈະແປໄດ້ອີກວ່າ: "ຄວາມຍຸຕິທຳ ຫາຍໄປແລະຍາກຫລາຍທີ່ຈະໄດ້ຮັບ" (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-inclusive]] ແລະ [[rc:///ta/man/translate/figs-metaphor]])

ພວກເຮົາລໍຄອຍຄວາມສະຫວ່າງ, ແຕ່ເຫັນຄວາມມືດ; ພວກເຮົາຊອກຫາຄວາມສະຫວ່າງ, ແຕ່ພວກເຮົາຍ່າງໃນຄວາມມືດ

ແຕ່ລະສໍານວນເຫລົ່ານີ້ຫມາຍຄວາມວ່າປະຊາຊົນ ກຳລັງລໍຖ້າຄວາມດີຂອງພຣະເຈົ້າ, ແຕ່ເບິ່ງຄືວ່າພຣະອົງໄດ້ປະຖິ້ມພວກເຂົາແລ້ວ. (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ພວກເຮົາຊອກຫາກຳແພງເຫມືອນຄົນຕາບອດ ... ເຫມືອນກັບຄົນຕາຍ

ນີ້ຫມາຍຄວາມວ່າເພາະວ່າພຣະເຈົ້າ ບໍ່ໄດ້ມາຫາພວກເຂົາ, ພວກເຂົາຮູ້ສຶກຫມົດຫວັງ, ບໍ່ພົບເສັ້ນທາງທີ່ຖືກຕ້ອງ ແລະ ຄວາມສິ້ນຫວັງໃນອະນາຄົດ, ບໍ່ມີຄວາມຫວັງທີ່ຈະມີຊີວິດທີ່ດີ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-simile)