lo_tn/isa/59/05.md

5.0 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຍັງຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນກ່ຽວກັບຄວາມຊົ່ວຮ້າຍທີ່ພວກເຂົາເຮັດໂດຍໃຊ້ຄຳປຽບທຽບຂອງງູພິດ ແລະ ໃຍແມງມຸມ.

ພວກເຂົາຟັກໄຂ່ຂອງງູພິດ

ໄຂ່ຂອງງູທີ່ເປັນພິດກໍ່ຈະພັກເປັນງູທີ່ອັນຕະລາຍກວ່າ. "ງູພິດ" ຫມາຍເຖິງຄວາມຊົ່ວຮ້າຍ ທີ່ປະຊາຊົນເຮັດສິ່ງທີ່ອັນຕະລາຍນັບມື້ນັບຫລາຍ. ອາດແປໄດ້ອີກວ່າ: "ພວກເຂົາເຮັດຄວາມຊົ່ວທີ່ແຜ່ລາມອອກໄປ ເພື່ອເຮັດໃຫ້ຄວາມຊົ່ວຮ້າຍຫລາຍຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖັກແສ່ວໃຍຂອງແມງມຸມ

ສິ່ງນີ້ສະແດງເຖິງການກະທຳຂອງຄົນ ທີ່ບໍ່ມີປະໂຫຍດ. ອາດແປໄດ້ອີກວ່າ: "ຜະລິດສິ່ງຕ່າງໆ ແລະ ກິດຈະກຳທີ່ບໍ່ມີປະໂຫຍດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຜກໍຕາມທີ່ກິນໄຂ່ຂອງພວກເຂົາກໍຈະຕາຍ, ແລະຖ້າໄຂ່ຖືກເຮັດໃຫ້ແຕກມັນຈະອອກມາເປັນງູພິດ

ການກິນໄຂ່ທີ່ເປັນພິດຈະຂ້າຄົນທີ່ກິນໄຂ່ ແລະ ສະແດງເຖິງການທຳລາຍຕົວເອງ. ການທຳລາຍໄຂ່ນັ້ນເຮັດໃຫ້ງູພິດນ້ອຍ ອອກມາ ແລະ ເປັນຕົວແທນການທໍາລາຍທີ່ແຜ່ກະຈາຍ. ອາດແປໄດ້ອີກວ່າ: "ກິດຈະກຳທີ່ພວກເຂົາເຮັດຈະທຳລາຍພວກມັນ ແລະ ຈະແຜ່ລາມໄປສູ່ການທຳລາຍຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ້າໄຂ່ຖືກເຮັດໃຫ້ແຕກ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຖ້າໃຜຜູ້ໃດເຮັດໃຫ້ໄຂ່ແຕກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃຍຂອງພວກເຂົາບໍ່ສາມາດໃຊ້ເຮັດເປັນເຄື່ອງນຸ່ງບໍ່ໄດ້ອີກທັງພວກເຂົາບໍ່ສາມາດຫົ່ມໂຕເອງດ້ວຍຜົນງານຂອງພວກເຂົາໄດ້

ນີ້ຫມາຍຄວາມວ່າການກະທຳທີ່ຊົ່ວຮ້າຍຂອງພວກເຂົາບໍ່ສາມາດຖືກປົກປິດ ແລະ ປິດບັງຄືກັນກັບໃຍແມງມຸມທີ່ບໍ່ສາມາດໃຊ້ເປັນເຄື່ອງນຸ່ງ ແລະ ປົກປິດຄົນອື່ນໄດ້. ອາດແປໄດ້ອີກວ່າ: "ການກະທຳທີ່ຊົ່ວຮ້າຍຂອງພວກເຂົາຈະຖືກເບິ່ງວ່າວ່າບໍ່ມີປະໂຫຍດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຍຂອງພວກເຂົາບໍ່ສາມາດໃຊ້ເຮັດເປັນເຄື່ອງນຸ່ງ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາບໍ່ສາມາດນຸ່ງເຄື່ອງດ້ວຍໃຍແມງມຸມຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ການກະທໍາຂອງຄວາມຮຸນແຮງແມ່ນຢູ່ໃນມືຂອງພວກເຂົາ

ຄຳວ່າ "ມື" ຫມາຍເຖິງຄວາມສາມາດ ແລະ ພະລັງໃນການເຮັດສິ່ງເຫລົ່ານີ້ ແລະ ດັ່ງນັ້ນຈື່ງເປັນຄວາມຮັບຜິດຊອບຂອງພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົາຮັບຜິດຊອບຕໍ່ຄວາມຮຸນແຮງທີ່ພວກເຂົາເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)