lo_tn/isa/59/03.md

2.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເພາະມືຂອງພວກເຈົ້າເປື້ອນດ້ວຍເລືອດແລະນິ້ວມືຂອງພວກເຈົ້າເປື້ອນດ້ວຍບາບ

ທີ່ນີ້ "ມື" ແລະ "ນິ້ວມື" ຫມາຍເຖິງການກະທຳຂອງພວກເຂົາ. ນີ້ຫມາຍຄວາມວ່າພວກເຂົາມີຄວາມຜິດ ໃນການເຮັດສິ່ງທີ່ໂຫດຮ້າຍແລະຜິດບາບ. "ຂອງພວກເຈົ້າ" ແມ່ນຄໍາພະຫູພົດ. ອາດແປໄດ້ອີກວ່າ: "ເພາະວ່າພວດເຈົ້າໄດ້ກະທຳຄວາມບາບທີ່ຮຸນແຮງ" (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-you]])

ປາກຂອງພວກເຈົ້າເວົ້າຕົວະ ແລະ ລີ້ນຂອງພວກເຈົ້າເວົ້າກ່າວຮ້າຍ

ພາກສ່ວນຕ່າງໆຂອງຮ່າງກາຍທີ່ເວົ້າເປັນຕົວແທນຂອງສິ່ງທີ່ປະຊາຊົນເວົ້າ. ອາດແປໄດ້ອີກວ່າ: "ພວກເຈົ້າເວົ້າຕົວະແລະສິ່ງທີ່ເປັນອັນຕະລາຍ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຕັ້ງທ້ອງດ້ວຍຄວາມລຳບາກແລະເກີດຄວາມບາບອອກມາ

"ການຖືພາ" ແລະ "ການເກີດລູກ" ໄດ້ເນັ້ນຫນັກເຖິງວິທີທີ່ພວກເຂົາວາງແຜນທີ່ຈະເຮັດສິ່ງທີ່ຜິດບາບຢ່າງລະມັດລະວັງ. ຄຳວ່າ “ພວກເຂົາ” ຍັງຫມາຍເຖິງປະຊາຊົນອິດສະຣາເອນ. ອາດແປໄດ້ອີກວ່າ: "ພວກເຂົາເຮັດວຽກຢ່າງຫນັກເພື່ອເຮັດສິ່ງທີ່ຜິດບາບ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)