lo_tn/isa/58/08.md

3.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເມື່ອນັ້ນແສງສະຫວ່າງຂອງເຈົ້າພຸ້ງອອກມາຄືກັບດວງຕາເວັນຂຶ້ນ

"ພຸ້ງອອກ" ແມ່ນສໍານວນທີ່ຫມາຍເຖິງເວລາທີ່ແສງໄຟເລີ່ມຮຸ່ງແຈ້ງ. ນີ້ຫມາຍຄວາມວ່າຖ້າພວກເຂົາຊ່ວຍຄົນທີ່ຂາດເຂີນ, ການກະທຳຂອງພວກເຂົາຈະເປັນຄືກັບແສງທີ່ຄົນອື່ນຈະເຫັນ, ຄືກັບເວລາທີ່ຕາເວັນຂຶ້ນ ຫລັງຈາກຄໍາຄືນທີ່ມືດມິດ. ຫລືຄວາມສະຫວ່າງອາດຈະຫມາຍເຖິງຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າ, ສ່ອງແສງມາຍັງພວກເຂົາແລະອວຍພອນພວກເຂົາ. (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-metaphor]])

ແລະການຢຽວຢາຮັກສາຂອງພວກເຈົ້າຈະເກີດຂຶ້ນຢ່າງໄວວາ

ນີ້ຫມາຍຄວາມວ່າພຣະເຈົ້າຈະອວຍພອນ ແລະ ຟື້ນຟູພວກເຂົາໃຫ້ໄວ, ຄືກັບວ່າບາດແຜຈະຫາຍດີໄວ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)

ຄວາມຊອບທຳຂອງພວກເຈົ້າຈະຢູ່ຕໍ່ຫນ້າພວກເຈົ້າ, ແລະພຣະສິລິຂອງພຣະຢາເວຈະເປັນຜູ້ປົກປ້ອງເຈົ້າ

ນີ້ຫມາຍເຖິງເວລາທີ່ພຣະເຈົ້າປົກປ້ອງປະຊາຊົນແຫ່ງອິດສະຣາເອນໃນຂະນະ ທີ່ພວກເຂົາຫນີອອກຈາກປະເທດເອຢິບ. ນີ້ຫມາຍຄວາມວ່າພຣະເຈົ້າຈະປົກປ້ອງພວກເຂົາຈາກສັດຕູຂອງພວກເຂົາອີກຄັ້ງຖ້າພວກເຂົາຈະເຮັດສິ່ງທີ່ຖືກຕ້ອງ.

ຄວາມຊອບທຳຂອງພວກເຈົ້າ

ການສະແດງອອກໃນພາສາເຮັບເຣີນີ້ສາມາດຕີຄວາມຫມາຍວ່າເປັນຜູ້ໃຫ້ຄວາມຊອບທຳ ຫລື ແມ່ນແຕ່ໄຊຊະນະ. ໃນສາລະບານນີ້, ການສະແດງອອກນີ້ຫມາຍເຖິງພຣະເຈົ້າ. ສະບັບທີ່ທັນສະໄຫມຈຳນວນຫນື່ງມີການຕີຄວາມນີ້.