lo_tn/isa/58/04.md

3.0 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າກັບປະຊາຊົນອິດສະຣາເອນໂດຍຕອບຄຳຖາມທີ່ທ້າທາຍຂອງພວກເຂົາ.

ເບິ່ງແມ

"ເບິ່ງແມ!" ຫລື "ເອົາໃຈໃສ່." ພຣະຢາເວປະເຊີນຫນ້າກັບຄຳຖາມຂອງພວກເຂົາໂດຍບອກພວກເຂົາໃຫ້ເອົາໃສ່ໃຈ.

ກຳປັ້ນຂອງຄົນຊົ່ວຮ້າຍ

"ກຳປັ້ນຄົນຊົ່ວ." ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາຕໍ່ສູ້ກັນຢ່າງໂຫດຮ້າຍ. "ກໍາປັ້ນ" ສະແດງເຖິງຄວາມໂກດແຄ້ນທີ່ຮຸນແຮງທາງຮ່າງກາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນີ້ຄືການອົດອາຫານແບບທີ່ເຮົາຕ້ອງການຄື ... ຢູ່ພາຍໃຕ້ຕົວເຂົາເອງແທ້ບໍ?

ພຣະຢາເວໃຊ້ຄຳຖາມເພື່ອດຸຮ້າຍປະຊາຊົນ. ພວກເຂົາປະຕິບັດຄືກັບວ່າພວກເຂົາຖ່ອມຕົວຕໍ່ພຣະເຈົ້າ, ແຕ່ພວກເຂົາກໍ່ທຳຮ້າຍຄົນອື່ນ. ອາດແປໄດ້ອີກວ່າ: "ນີ້ບໍ່ແມ່ນການອົດອາຫານແບບທີ່ເຮົາຕ້ອງການ ... ຢູ່ພາຍໃຕ້ຕົວເຂົາເອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມື້ເພື່ອໃຫ້ຄົນຖ່ອມຕົວລົງ, ເພື່ອໃຫ້ເຂົາກົ້ມຫົວລົງຄືກັບຕົ້ນອໍ້

ນີ້ຫມາຍຄວາມວ່າຄົນກົ້ມຕົວລົງ, ແຕ່ລາວບໍ່ຖ່ອມຕົວລົງແທ້ໆ. ຄຳວ່າ “ຕົ້ນອໍ້” ເປັນຕົວແທນຂອງຕົ້ນອ່ອນທີ່ງໍໄດ້ງ່າຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກເຈົ້າເອີ້ນການກະທຳເຊັ່ນນີ້ວ່ານີ້ແມ່ນການອົດອາຫານ, ແລະເປັນມື້ທີ່ພຣະຢາເວຊົງພໍພຣະໄທແທ້ບໍ?

ພຣະຢາເວໃຊ້ຄຳຖາມເພື່ອດຸຮ້າຍປະຊາຊົນ. ອາດແປໄດ້ອີກວ່າ: "ແນ່ນອນເຈົ້າບໍ່ຄິດວ່າການອົດອາຫານແບບນີ້ຈະເຮັດເຮົາພໍໃຈ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)