lo_tn/isa/57/14.md

2.5 KiB

ຈົ່ງສ້າງຂຶ້ນ, ສ້າງຂຶ້ນເຖີດ! ຈົ່ງເປີດທາງ! ຈົ່ງເອົາກ້ອນຫິນທີ່ເຮັດໃຫ້ສະດຸດອອກໄປຈາກເສັ້ນທາງຂອງຊົນຊາດຂອງເຮົາ

ພຣະຢາເວເນັ້ນຫນັກແລະຮີບດ່ວນເປີດຫົນທາງ ແລະ ເຮັດໃຫ້ຫົນທາງຮາບພຽງສໍາລັບປະຊາຊົນຈະກັບຄືນມາຫາພຣະອົງ ແລະ ບໍ່ມີອຸປະສັກທີ່ຈະນະມັດສະການພຣະຢາເວ. ສິ່ງນີ້ເວົ້າເຖິງບົດ 40: 3. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະວ່ານີ້ຄືອົງຜູ້ສູງເດັ່ນແລະສູງສົ່ງຜູ້ທີ່ກ່າວວ່າ

ຄຳວ່າ "ສູງເດັ່ນ" ແລະ "ສູງສົງ" ໂດຍພື້ນຖານແລ້ວມີຄວາມ ຫມາຍອັນດຽວກັນ ແລະ ເນັ້ນຫນັກວ່າພຣະຢາເວທີ່ສູງສົ່ງ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນບົດ 6: 1 ແລະ 33:10. ເບິ່ງວິທີທີ່ທ່ານແປສໍານວນທີ່ຄ້າຍຄືກັນນີ້ໃນບົດ 52:13.

ເພື່ອຟື້ນຟູວິນຍານຂອງພວກຄົນທີ່ຖ່ອມໃຈ, ແລະເພື່ອຟື້ນຟູຈິດໃຈຂອງຜູ້ທີ່ສຳນຶກຜິດ

ສອງສໍານວນນີ້ມີຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກວ່າພຣະຢາເວຈະເພີ່ມກຳລັງ ແລະ ຊຸກຍູ້ຜູ້ທີ່ຖ່ອມຕົວຕໍ່ຫນ້າພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ວິນຍານ ... ຈິດໃຈ

ສິ່ງເຫລົ່ານີ້ຫມາຍເຖິງຄວາມຄິດ ແລະ ອາລົມຂອງບຸກຄົນ, ບໍ່ແມ່ນວິນຍານ ແລະ ຈິດໃຈທີ່ແທຈິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)