lo_tn/isa/57/03.md

3.3 KiB

ແຕ່ຈົ່ງເຂົ້າມາທີ່ນີ້

ພຣະເຈົ້າກຳລັງຊົງເອີ້ນປະຊາຊົນທີ່ບໍ່ສັດຊື່ທຸກຄົນ ໃຫ້ມາຢູ່ຕໍ່ ຫນ້າພຣະອົງເພື່ອພຣະອົງຈະໄດ້ຕັດສິນໃຈພວກເຂົາໃນທາງກົງກັນຂ້າມກັບຄຳສັນຍສຳລັບຄົນຊອບທຳທີ່ມາກ່ອນ.

ລູກຊາຍຂອງແມ່ມົດ

ນີ້ແມ່ນການດູຖູກທີ່ຮ້າຍແຮງຕໍ່ຜູ້ຄົນທີ່ປະຕິບັດການເວດມົນເພາະວ່າເວດມົນ ແລະ ມາຍະກົນລວມເຖິງຮູບປັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກລູກຫລານຂອງຄົນຫລິ້ນຊູ້ ແລະຜູ້ຍິງທີ່ເປັນໂສເພນີ

ນີ້ຫມາຍເຖິງການຫລິ້ນຊູ້ທີ່ເກີດຂື້ນຈິງ ແລະ ຈິດວິນຍານ. ພວກເຂົາໄດ້ປະຖິ້ມການນະມັດສະການພຣະເຈົ້າ ແລະ ດຽວນີ້ໄດ້ນະມັດສະການພະເຈົ້າ ແລະ ຮູບປັ້ນອື່ນໆພ້ອມດ້ວຍການຄ້າໂສເພນີທີ່ແທ້ຈິງໃນພິທີກໍາຊາວການາອານ.

ພວກເຈົ້າທັງຫລາຍກຳລັງເຍາະເຍີ້ຍຢ່າງສະຫນຸກສະຫນານຕໍ່ຜູ້ໃດ? ພວກເຈົ້າກຳລັງອ້າປາກແລະແລບລີ້ນໃສ່ຜູ້ໃດ?

ພຣະຢາເວໃຊ້ຄຳຖາມຕ່າງໆດູຖູກຄົນທີ່ກຳລັງເຍາະເຍີ້ຍພຣະອົງໂດຍການນະມັດສະການພະປອມ. ອາດແປໄດ້ອີກວ່າ: "ພວກເຈົ້າກຳລັງເຍາະເຍີ້ຍເຮົາ ແລະ ສະຫນຸກສະຫນານໂດຍການເອາ້ປາກຂອງພວກເຈົ້າຢ່າງກວ້າງ ແລະ ແລບລີ້ນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກເຈົ້າເປັນລູກຂອງການທໍລະຍົດ, ເປັນລູກຂອງການຫລອກລວງບໍ່ແມ່ນບໍ?

ພຣະຢາເວໃຊ້ຄຳຖາມອີກຄຳຖາມຫນື່ງເພື່ອດຸຮ້າຍປະຊາຊົນ. ສິ່ງນີ້ບໍ່ໄດ້ຫມາຍເຖິງການກຳເນີດຂອງພວກເຂົາແຕ່ກ່ຽວກັບຫມາຍເຖິງສະພາບຈິດວິນຍານຂອງພວກເຂົາ. ອາດແປໄດ້ອີກວ່າ: "ພວກເຈົ້າເປັນລູກຂອງການທໍລະຍົດ, ເປັນລູກຂອງການຫລອກລວງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)