lo_tn/isa/56/09.md

2.0 KiB

ພວກເຈົ້າສັດປ່າທັງຫລາຍໃນທົ່ງຈົ່ງມາແລະກິນຢ່າງເຕັມທີ່, ທັງພວກເຈົ້າສັດປ່າທັງຫລາຍໃນປ່າອີກດ້ວຍ

ພຣະເຈົ້າຊົງເອີ້ນກອງທັບຂອງປະເທດອື່ນໆ ໂດຍປຽບທຽບພວກເຂົາກັບສັດທີ່ຈະມາໂຈມຕີປະຊາຊົນອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນເຝົ້າຍາມຂອງພວກເຂົາທຸກຄົນຕາບອດໄປ

ນີ້ຫມາຍຄວາມວ່າຜູ້ນຳຂອງອິດສະຣາເອນບໍ່ສາມາດ ຫລື ບາງທີບໍ່ຕ້ອງການຢາກເຫັນສິ່ງທີ່ກຳລັງເກີດຂື້ນໃນສັງຄົມ.

ພວກເຂົາທຸກຄົນເປັນດັ່ງຫມາທີ່ມິດງຽບທີ່ເຫົ່າບໍ່ໄດ້

ພວກຜູ້ນຳຄວນຈະເປີດປາກຂອງພວກເຂົາ ແລະ ຕັກເຕືອນປະຊາຊົນ, ແຕ່ພວກເຂົາບໍ່ໄດ້ເຮັດ. ການປຽບທຽບຜູ້ໃດຜູ້ຫນື່ງກັບຫມາໃນສັງຄົມນີ້ແມ່ນການດູຖູກທີ່ຍິ່ງໃຫຍ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາຝັນ, ແລະນອນລົງ ພວກເຂົາຮັກໃນການນອນ

ນີ້ຫມາຍຄວາມວ່າພວກຜູ້ນຳບໍ່ໄດ້ນຳເອົາຖ້ອຍຄຳຄໍາເຕືອນຂອງພຣະເຈົ້າມາສູ່ອິດສະຣາເອນ ແຕ່ມັກຄວາມສະດວກສະບາຍ.