lo_tn/isa/56/01.md

1.6 KiB

ເພາະຄວາມລອດຂອງເຮົາມາໃກ້ແລ້ວ, ແລະຄວາມຊອບທຳຂອງເຮົາຈະໄດ້ສຳແດງອອກມາ.

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ໃນໄວໆນີ້ ເຮົາຈະຊ່ວຍເຈົ້າ ແລະ ສະແດງໃຫ້ເຈົ້າເຫັນວ່າເຮົາເປັນຄົນຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ທີ່ຢຶດມັນໄວ້ແຫນ້ນ

ຄຳວ່າ “ຢຶດມັນໄວ້ແຫນ້ນ” ແມ່ນສໍານວນທີ່ຫມາຍເຖິງການສືບຕໍ່ສັງເກດບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ຜູ້ທີ່ລະມັດລະວັງທີ່ຈະເຮັດສິ່ງນີ້ຢູ່ສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຮັກສາມືຂອງເຂົາໃຫ້ພົ້ນຈາກການເຮັດຊົ່ວໃດໆ

ຄຳວ່າ “ມື” ຫມາຍເຖິງການກະທຳ ຫລື ພຶດຕິກຳຂອງບຸກຄົນ. ອາດແປໄດ້ອີກວ່າ: "ບໍ່ເຮັດສິ່ງຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)