lo_tn/isa/55/08.md

1.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າກັບປະຊາຊົນແຫ່ງເຢຣູຊາເລັມ.

ນີ້ແມ່ນຄຳປະກາດຂອງພຣະຢາເວ

ນີ້ສາມາດໄດ້ຮັບການຂຽນຄືນເພື່ອໃຫ້ຄໍານາມທີ່ເປັນນາມມະທຳ "ຄໍາປະກາດ" ສະແດງອອກເປັນຄໍາກິລິຍາ "ປະກາດ" ຫລື "ເວົ້າຢ່າງຈິງຈັງ." ເບິ່ງວິທີທີ່ທ່ານແປເປັນປະໂຫຍກທີ່ຄ້າຍຄືກັນໃນບົດ 14:21. ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ພຣະຢາເວໄດ້ປະກາດ" ຫລື "ນີ້ແມ່ນສິ່ງທີ່ພຮະຢາເວໄດ້ກ່າວຢ່າງຈິງຈັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພາະວ່າທ້ອງຟ້າສູງກວ່າແຜ່ນດິນໂລກສັນໃດ, ທາງຂອງເຮົາກໍສູງກວ່າທາງຂອງພວກເຈົ້າ, ແລະຄວາມຄິດຂອງເຮົາກໍສູງກວ່າຄວາມຄິດຂອງພວກເຈົ້າສັນນັ້ນ

ພຣະຢາເວເວົ້າກ່ຽວກັບສິ່ງທີ່ພຣະອົງເຮັດ ແລະ ວິທີທີ່ພຣະອົງຄິດວ່າເຫນືອກ່ວາ ຫລື ສູງກ່ວາສິ່ງທີ່ຄົນເຮົາເຮັດແລະຄິດ, ຄືກັນກັບທ້ອງຟ້າສູງກວ່າແຜ່ນດິນໂລກຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)