lo_tn/isa/55/02.md

4.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຄົງສືບຕໍ່ເວົ້າກັບປະຊາຊົນແຫ່ງເຢຣູຊາເລັມ.

ເປັນຫຍັງເຈົ້າຈຶ່ງໃຊ້ເງິນສຳລັບສິ່ງທີ່ບໍ່ແມ່ນອາຫານ

ພຣະຢາເວຖາມຄຳຖາມນີ້ເພື່ອຕໍາຫນິປະຊາຊົນ. ພຣະອົງເວົ້າກ່າວເຖິງປະຊາຊົນທີ່ສະແຫວງຫາຄວາມສຸກນອກເຫນືອຈາກພຮະຢາເວຄືກັບວ່າພວກເຂົາກຳລັງຊື້ສິ່ງຂອງເພື່ອທີ່ຈະກິນໂດຍບໍ່ແມ່ນອາຫານ. ອາດແປໄດ້ອີກວ່າ: "ເຈົ້າບໍ່ຄວນໃຊ້ເງິນຊື້ໃນສິ່ງທີ່ບໍ່ແມ່ນອາຫານ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])

ຈຶ່ງໃຊ້ເງິນ

ນີ້ຫມາຍເຖິງການນັບຫລຽນເງິນເພື່ອຈະຈ່າຍໃຫ້ຜູ້ໃດຜູ້ຫນື່ງ. ອາດແປໄດ້ອີກວ່າ: "ຈ່າຍເງີນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ສຳລັບສິ່ງທີ່ບໍ່ແມ່ນອາຫານ

ທີ່ນີ້ຄຳວ່າ“ ເຂົ້າຈີ່” ຫມາຍເຖິງອາຫານໂດຍທົ່ວໄປ. ມັນຫມາຍຄວາມວ່າປະຊາຊົນໄດ້ຊື້ສິ່ງຂອງ ທີ່ກິນທີ່ບໍ່ແມ່ນອາຫານແທ້. ອາດແປໄດ້ອີກວ່າ: "ສຳລັບສິ່ງທີ່ກິນທີ່ບໍ່ແມ່ນອາຫານແທ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-explicit]])

ເປັນຫຍັງພວກເຈົ້າຕ້ອງໃຊ້ແຮງງານສຳລັບສິ່ງທີ່ບໍ່ເຮັດໃຫ້ອີ່ມໃຈ?

ພຣະຢາເວຖາມຄຳຖາມນີ້ເພື່ອຕໍາຫນິປະຊາຊົນ. ພຣະອົງເວົ້າເຖິງພວກເຂົາທີ່ສະແຫວງຫາຄວາມສຸກ ທີ່ນອກເຫນືອນຈາກພຣະຢາເວຄືກັບວ່າພວກເຂົາກຳລັງຫາເງິນເພື່ອຊື້ສິ່ງທີ່ບໍ່ສາມາດເຮັດໃຫ້ພວກເຂົາພໍໃຈ. ອາດແປໄດ້ອີກວ່າ: "ທ່ານບໍ່ຄວນເຮັດວຽກເພື່ອຫາເງິນ ເພື່ອໃຊ້ຈ່າຍໃນສິ່ງທີ່ບໍ່ພໍໃຈ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]] ແລະ rc://*/ta/man/translate/figs-explicit)

ກິນສິ່ງທີ່ດີ, ແລະເຮັດໂຕພວກເຈົ້າເອງໃຫ້ປິຕິຍິນດີໃນອາຫານອັນດີ

ປະຊາຊົນທີ່ວາງໃຈໃນພຣະຢາເວເພື່ອຮັບພອນ ແລະ ຄວາມສຸກແມ່ນເວົ້າເຖິງວ່າພວກເຂົາກຳລັງກິນອາຫານທີ່ດີ ທີ່ເຮັດໃຫ້ພວກເຂົາມີຄວາມສຸກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນອາຫານອັນດີ

ຄຳວ່າ “ອັນດີ” ຫມາຍເຖິງຊີ້ນທີ່ມີໄຂມັນຫລາຍໃນນັ້ນ ແລະເປັນສໍານວນໃນການຫາອາອານອັນດີ. ອາດແປໄດ້ອີກວ່າ: "ດ້ວຍອາຫານທີ່ດີທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)