lo_tn/isa/55/01.md

1.7 KiB

ປະໂຫຍກການເຊື່ອມຕໍ່:

ພຣະຢາເວຍັງຄົງສືບຕໍ່ເວົ້າກັບປະຊາຊົນຊາວເຢຣູຊາເລັມ ໃນການເນລະເທດໂດຍຜ່ານເອຊາຢາ.

ຂໍ້ມູນທົ່ວໄປ:

ພຣະຢາເວກ່າວເຖິງການອວຍພອນປະຊາຊົນຢ່າງອິດສະລະ ຄືກັບວ່າພຣະອົງຂາຍອາຫານ ແລະ ເຄື່ອງດື່ມໃຫ້ຄົນທີ່ຂັດສົນໂດຍບໍ່ເສຍຄ່າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມາ ... ຈົ່ງມາ

ການເວົ້າຊໍ້າຂອງຄຳນີ້ 4 ຄັ້ງເພີ່ມຄວາມຮູ້ສຶກທີ່ຮີບດ່ວນຕໍ່ ຄຳເຊີນ.

ຈົ່ງຊື້ເຫລົ້າອາງຸ່ນ ແລະ ນຳ້ນົມໂດຍບໍ່ຕ້ອງເສຍເງິນ ແລະ ບໍ່ຕ້ອງເສຍຄ່າໃຊ້ຈ່າຍ

ມີຄວາມຮູ້ສຶກປະຊົດໃນປະໂຫຍກນີ້ເພາະວ່າໂດຍປົກກະຕິແລ້ວຄົນເຮົາຕ້ອງໃຊ້ເງິນເພື່ອຊື້ບາງສິ່ງບາງຢ່າງ. ສິ່ງນີ້ເນັ້ນຫນັກເຖິງພຣະຄຸນ ທີ່ຫນ້າງຶດງໍ້ຂອງພຣະຢາເວໃນການໃຫ້ສິ່ງເຫລົ່ານີ້ໂດຍບໍ່ເສຍຄ່າຫຍັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)