lo_tn/isa/54/09.md

4.0 KiB

ນ້ຳສະໄຫມຂອງໂນອາ

ນີ້ຫມາຍເຖິງນໍ້າຖ້ວມທີ່ພຣະຢາເວໄດ້ເຮັດໃຫ້ເກີດ ໃນສະໄຫມຂອງໂນອາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພູເຂົາທັງຫລາຍຈະເຈີ່ນລົງແລະເນີນພູທັງຫລາຍຈະສັ່ນສະເທືອນ, ແຕ່ຄວາມຮັກທີ່ຫມັ້ນຄົງຂອງເຮົາ

ພຣະຢາເວອະທິບາຍເຖິງສະພາບການສົມມຸດຕິຖານເພື່ອອະທິບາຍວ່າຈະມີຫຍັງເກີດຂື້ນ ເຖິງແມ່ນວ່າເງື່ອນໄຂເຫລົ່ານັ້ນຈະຖືກບັນລຸ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າພູເຂົາຈະເຈື່ອນລົງ ແລະ ເນີນພູສັ່ນສະເທືອນ, ຄວາມຮັກທີ່ຫນັ້ນຄົງຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ເນີນພູທັງຫລາຍຈະສັ່ນສະເທືອນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເນີນພູອາດຈະສັ່ນສະເທືອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວາມຮັກທີ່ຫມັ້ນ ຄົງຂອງເຮົາຈະບໍ່ຫນີໄປຈາກເຈົ້າ

ພຣະຢາເວຍັງຄົງຮັກປະຊາຊົນຂອງພຣະອົງ ຖືກເວົ້າເຖິງຄືກັບວ່າຄວາມຮັກຂອງພຣະອົງ ຈະບໍ່ຫັນຫນີຈາກປະຊາຊົນ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ຢຸດຮັກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພັນທະສັນຍາສັນແຫ່ງສັນຕິສຸກຂອງເຮົາຈະບໍ່ສັ່ນໄຫວ

ພຣະຢາເວບໍ່ຊົງຍົກເລີກພັນທະສັນຍາ ຂອງພຣະອົງກັບປະຊາຊົນຖືກເວົ້າເຖິງ ຄືກັບວ່າພັນທະສັນຍາຂອງພຣະອົງແມ່ນວັດຖຸຫນຶ່ງທີ່ຈະບໍ່ສັ່ນສະເທືອນ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະເຮົາຈະບໍ່ຍົກເລີກພັນທະສັນຍາສັນແຫ່ງຕິພາບຂອງເຮົາ" ຫລື "ແລະເຮົາຈະໃຫ້ຄວາມສະຫງົບສຸກແກ່ເຈົ້າ ຕາມທີ່ເຮົາໄດ້ສັນຍາໄວ້ໃນພັນທະສັນຍາຂອງເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ພຣະຢາເວ ຜູ້ທີ່ມີຄວາມເມດຕາກະລູນາຕໍ່ເຈົ້າກ່າວດັງນີ້

ຕໍ່ໄປນີ້ພຣະຢາເວເວົ້າກ່ຽວກັບຕົນພຣະອົງເອງໃນບຸກຄົນທີສາມ. ມັນສາມາດຖືກກ່າວເຖິງໃນບຸກຄົນທໍາອິດໄດ້. ອາດແປໄດ້ອີກວ່າ: "ນັ້ນແມ່ນສິ່ງທີ່ເຮົາ, ພຣະຢາເວ, ຜູ້ທີ່ກະທໍາດ້ວຍຄວາມເມດຕາ, ກ່າວວ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)