lo_tn/isa/54/07.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກັບປະຊາຊົນແຫ່ງເຢຣູຊາເລັມ.

ຄວາມໂກດຮ້າຍອັນໃຫຍ່

ພຣະຢາເວຊົງພຣະພິໂຣດຫລາຍຖືກເວົ້າເຖິງ ຄືກັບວ່າພຣະພິໂຣດຄືກັບນໍ້າຖ້ວມທີ່ຖ້ວມທົ່ມປະຊາຊົນ. ອາດແປໄດ້ອີກວ່າ: "ເມື່ອເຮົາມີຄວາມໃຈຮ້າຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາໄດ້ເຊື່ອງຫນ້າຂອງເຮົາຈາກເຈົ້າ

ທີ່ນີ້ "ເຊື່ອງຫນ້າຂອງເຮົາ" ແມ່ນສໍານວນທີ່ຫມາຍຄວາມວ່າພຣະເຈົ້າໄດ້ປະຖິ້ມປະຊາຊົນຂອງພຣະອົງ ແລະ ປ່ອຍໃຫ້ພວກເຂົາທຸກທໍລະມານ. ອາດແປໄດ້ອີກວ່າ: "ເຮົາປະຖິ້ມເຈົ້າແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຕ່ດ້ວຍຄວາມສັດຊື່ແຫ່ງພັນທະສັນຍານິລັນດອນ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມສັດຊື່" ສາມາດຖືກກ່າວໄດ້ວ່າ "ສັດຊື່." ອາດແປໄດ້ວ່າ: "ເພາະວ່າເຮົາຊື່ສັດຕໍ່ພັນທະສັນຍາຂອງເຮົາກັບເຈົ້າ" ຫລື "ແຕ່ຍ້ອນວ່າເຮົາມີຄວາມສັດຊື່ສະເຫມີທີ່ຈະເຮັດໃນສິ່ງທີ່ເຮົາສັນຍາວ່າຈະເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພຣະຢາເວ ຜູ້ຊົງຊ່ວຍກູ້ເຈົ້າກ່າວດັ່ງນີ້

ຕໍ່ໄປນີ້ພຣະຢາເວເວົ້າກ່ຽວກັບຕົນເອງໃນບຸກຄົນທີສາມ. ມັນສາມາດຖືກກ່າວເຖິງໃນບຸກຄົນທໍາອິດໄດ້. ອາດແປໄດ້ອີກວ່າ: "ນັ້ນແມ່ນສິ່ງທີ່ເຮົາ, ພຣະຢາເວ, ຜູ້ຊົງຊ່ວຍກູ້ເຈົ້າເວົ້າກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)