lo_tn/isa/54/02.md

2.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກັບປະຊາຊົນແຫ່ງເຢຣູຊາເລັມ.

ຈົ່ງສ້າງເຕັນຂອງເຈົ້າໃຫ້ໃຫຍ່ໂຕ ... ເສີມເສົາປັກມຸດຂອງເຈົ້າໃຫ້ຫມັ້ນຄົງ

ນີ້ຍັງສືບຕໍ່ການປຽບທຽບທີ່ເລີ່ມຕົ້ນໃນບົດ 54: 1. ພຣະຢາເວບອກປະຊາຊົນໃນເມືອງເຢຣູຊາເລັມໃຫ້ກຽມພ້ອມເພາະວ່າພຣະຢາເວຈະເພີ່ມຈຳນວນຄົນຂອງພວກເຂົາໃຫ້ສູງຂື້ນ ຄືກັບວ່າພຣະອົງກຳລັງບອກຜູ້ຍິງໃຫ້ຕັ້ງເຕັ້ນຂອງຕົນໃຫ້ກວ້າງກວ່າເກົ່າເພື່ອໃຫ້ມີພື້ນທີ່ກວ້າງສໍາລັບເດັກນ້ອຍຫລາຍຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະພວກເຈົ້າຈະຂະຫຍາຍອອກໄປ

ຢູ່ທີ່ນີ້ “ເຈົ້າ” ແມ່ນຄໍາເອກະພົດ ແລະຫມາຍເຖິງແມ່ຍິງທີ່ເປັນຫມັນ. ນາງເປັນຕົວແທນຂອງລູກຫລານທັງຫມົດຂອງນາງ. ອາດແປໄດ້ອີກວ່າ: "ສຳລັບພວກເຈົ້າແລະລູກຫລານຂອງພວກເຈົ້າຈະຂະຫຍາຍອອກໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-synecdoche]])

ຈະຄອບຄອງຊົນຊາດທັງຫລາຍ

ຢູ່ທີ່ນີ້ "ຊົນຊາດ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ຈະເອົາຊະນະປະຊາຊົນຂອງຊົນຊາດອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)