lo_tn/isa/54/01.md

2.1 KiB

ຍິງທີ່ເປັນຫມັນເອີຍ ... ລູກທັງຫລາຍຂອງຍິງທີ່ແຕ່ງງານ

ພຣະຢາເວບອກປະຊາຊົນໃນເມືອງເຢຣູຊາເລັມໃຫ້ມີຄວາມປິຕິຍິນດີເພາະວ່າຈະມີຄົນຈຳນວນຫລວງຫລາຍທີ່ອາໄສຢູ່ໃນເຢຣູຊາເລັມອີກເທື່ອຫນື່ງຄືກັບວ່າພຣະຢາເວກຳລັງບອກຜູ້ຍິງທີ່ເປັນຫນັນວ່ານາງກຳລັງຈະມີລູກຫລາຍຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງເປັ່ງສຽງຮ້ອງເພງດ້ວຍຄວາມຍິນດີແລະຮ້ອງອອກສຽງດັງໆ, ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງອອກລູກ

ປະໂຫຍກນີ້ມີຄວາມຫມາຍຄືກັນກັບພາກສ່ວນທຳອິດຂອງປະໂຫຍກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເພາະບັນດາລູກຂອງແມ່ຮ້າງກໍຫລາຍກ່າວ

ເຫດການທີ່ຈະເກີດຂື້ນໃນອະນາຄົດຈະຖືກກ່າວເຖິງ ຄືກັບວ່າມັນໄດ້ເກີດຂື້ນໃນອະດີດ. ສິ່ງນີ້ເນັ້ນຫນັກວ່າເຫດການດັ່ງກ່າວຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ສຳລັບລູກຂອງຍິງແມ່ຮ້າງຈະມີຫລາຍຂື້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ລູກຂອງແມ່ຮ້າງ

ທີ່ນີ້ “ແມ່ຮ້າງ” ຫມາຍຄວາມວ່າຍິງທີ່ຖືກສາມີປະຕິເສດ ແລະປະຖິ້ມນາງ.