lo_tn/isa/53/10.md

3.3 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສືບຕໍ່ອະທິບາຍເຖິງຜູ້ຮັບໃຊ້ຂອງພຣະຢາເວຕໍ່ໄປ. (ເບີ່ງເພີ່ມເຕີ່ມ: 53:1)

ທ່ານຈຶ່ງໄດ້ເຫັນເຊື້ອສາຍຂອງທ່ານ

ໃນນີ້ຄຳວ່າ “ເຊື້ອສາຍ” ຫມາຍເຖິງຄົນເຫລົ່ານັ້ນທີ່ພຣະຢາເວໄດ້ໃຫ້ອະໄພເພາະການເສຍສະຫລະຂອງຜູ້ຮັບໃຊ້. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ທ່ານມີອາຍຸຍາວໄກ

ນີ້ເວົ້າເຖິງການເຮັດໃຫ້ລາວມີຊີວິດຢູ່ເປັນເວລາຫລາຍຂຶ້ນ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງມີຊີວິດອີກ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-idiom)

ພຣະປະສົງຂອງພຣະຢາເວຈະສຳເລັດຜ່ານທາງທ່ານ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດສໍາເລັດຈຸດປະສົງຂອງພຣະອົງໂດຍຜ່ານຜູ້ຮັບໃຊ້ຂອງພຣະອົງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)

ຫລັງຈາກຄວາມທຸກທໍລະມານໃນຊີວິດຂອງທ່ານ

ໃນນີ້ຄຳວ່າ “ ຊີວິດຂອງທ່ານ” ຫມາຍເຖິງຜູ້ຮັບໃຊ້. ອາດແປໄດ້ອີກວ່າ: "ຫລັງຈາກຜູ້ຮັບໃຊ້ໄດ້ປະສົບກັບຄວາມທົນທຸກ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ທ່ານຈະເຫັນຄວາມສະຫວ່າງ

ມີຫລາຍສະບັບທີ່ເຂົ້າໃຈ "ແສງສະຫວ່າງ" ຢູ່ນີ້ເພື່ອຢືນຢັດເພື່ອຊີວິດ. ນັ້ນແມ່ນ, ຜູ້ຮັບໃຊ້ຈະມີຊີວິດອີກ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຜູ້ຮັບໃຊ້ທີ່ຊອບທຳຂອງເຮົາ

ຄຳວ່າ "ຂອງເຮົາ" ຫມາຍເຖິງພຣະຢາເວ.

ທ່ານຈະແບກຄວາມບາບຂອງພວກເຂົາ

“ແບກ” ທີ່ນີ້ເພື່ອດໍາ້ນີນການ ແລະ ເປັນຕົວແທນໃຫ້ແກ່ຜູ້ຮັບໃຊ້ຂອງພຮະຢາເວທີ່ຮັບເອົາຄວາມຜິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ທ່ານຈະຮັບເອົາຄວາມຮູ້ສຶກຜິດໄປທີ່ຕົນເອງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)