lo_tn/isa/53/08.md

3.6 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສືບຕໍ່ອະທິບາຍເຖິງຜູ້ຮັບໃຊ້ຂອງພຣະຢາເວຕໍ່ໄປ. (ເບີ່ງເພີ່ມເຕີ່ມ: 53:1)

ທ່ານໄດ້ຖືກລົງໂທດດ້ວຍການບີບບັງຄັບແລະການພິພາກສາ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ປະຕິບັດຕໍ່ລາວຢ່າງໂຫດຮ້າຍ, ຕັດສິນແລະຖືກປະຫມາມ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)

ການບີບບັງຄັບ

ພາສາເຮັບເຣີທີ່ແປທີ່ນີ້ວ່າ "ການບີບບັງຄັບ" ຖືກແປໂດຍບາງສະບັບວ່າ "ການຈັບກຸມ". ສຳລັບສະບັບດັ່ງກ່າວ, ຄວາມຄິດແມ່ນວ່າຜູ້ຮັບໃຊ້ຈະຖືກຈັບຕົວແລ້ວຖືກຕັດສິນແລະຖືກປະຫນາມ.

ມີໃຜໃນພວກຄົນຍຸກສະໄຫມນັ້ນໄດ້ຄິດກ່ຽວກັບທ່ານອີກຕໍ່ໄປແດ່?

ຄຳຖາມນີ້ເນັ້ນຫນັກວ່າບໍ່ມີໃຜຄິດກ່ຽວກັບລາວ. ອາດແປໄດ້ອີກວ່າ: "ບໍ່ມີໃຜຈາກຄົນລຸ້ນລາວເອົາໃຈໃສ່ ສິ່ງທີ່ເກີດຂື້ນກັບລາວ" ຫລື "ບໍ່ມີໃຜໃນບັນດາຄົນຍຸກສະໄຫມຂອງລາວດູແລ ສິ່ງທີ່ເກີດຂື້ນກັບລາວ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)

ມີໃຜໃນພວກຄົນຍຸກສະໄຫມນັ້ນໄດ້ຄິດກ່ຽວກັບທ່ານອີກຕໍ່ໄປແດ່?

ມີຫລາຍສະບັບແປຂໍ້ນີ້ໃນພາສາເຮັບເຣີທີ່ແຕກຕ່າງກັນ: "ມີໃຜຈະເວົ້າຫຍັງກ່ຽວກັບລູກຫລານຂອງລາວ?" ຫລື "ໃຜສາມາດເວົ້າຫຍັງກ່ຽວກັບຊະຕາກຳຂອງລາວ?"

ແຕ່ທ່ານຖືກຕັດອອກຈາກແຜ່ນດິນຂອງຄົນເປັນ

"ຕັດອອກ" ທີ່ນີ້ຫມາຍເຖິງຄວາມຕາຍ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແຕ່ລາວໄດ້ຕາຍ" ຫລື "ແຕ່ວ່າຄວາມຕາຍໄດ້ເອົາລາວໄປ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-idiom]])

ຂອງຊົນຊາດຂອງຂ້ານ້ອຍ

"ຂອງປະຊາຊົນອິດສະຣາເອນ"

ບໍ່ມີຄຳຫລອກລວງໃດໆໃນປາກຂອງທ່ານເລີຍ

"ປາກ" ຫມາຍເຖິງສິ່ງທີ່ຄົນເວົ້າ. ອາດແປໄດ້ອີກວ່າ: "ລາວບໍ່ໄດ້ຫລອກລວງໃຜໃນເວລາທີ່ລາວເວົ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)