lo_tn/isa/53/07.md

2.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສືບຕໍ່ອະທິບາຍເຖິງຜູ້ຮັບໃຊ້ຂອງພຣະຢາເວຕໍ່ໄປ. (ເບີ່ງເພີ່ມເຕີ່ມ: 53:1)

ທ່ານໄດ້ຖືກບີບບັງຄັບ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ປະຕິບັດຕໍ່ລາວຢ່າງໂຫດຮ້າຍ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)

ທ່ານບໍ່ໄດ້ເປີດປາກຂອງທ່ານ

"ປາກ" ຫມາຍເຖິງສິ່ງທີ່ຄົນເວົ້າ. ການເປີດປາກຫມາຍເຖິງການເວົ້າ. ອາດແປໄດ້ອີກວ່າ: "ລາວບໍ່ໄດ້ປະທ້ວງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ຄືກັບລູກແກະທີ່ຖືກນຳໄປສູ່ການຂ້າ, ແລະເຫມືອນແກະທີ່ມິດງຽບຢູ່ຕໍ່ຫນ້າຜູ້ທີ່ຕັດຂົນຂອງມັນ

ເອຊາຢາປຽບທຽບຜູ້ຮັບໃຊ້ກັບລູກແກະ ແລະ ຝູງແກະເພື່ອເນັ້ນຫນັກວ່າລາວຈະມິດງຽບໃນຂະນະທີ່ຜູ້ຄົນທຳຮ້າຍແລະເຮັດໃຫ້ລາວອັບອາຍຂາຍຫນ້າ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)

ຄືກັບລູກແກະທີ່ຖືກນຳໄປສູ່ການຂ້າ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຄືກັນກັບລູກແກະທີ່ມິດງຽບຄືກັບຄົນທີ່ຂ້າມັນ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-activepassive]])