lo_tn/isa/53/01.md

3.4 KiB

ຂໍ້ມູນທົ່ວໄປ:

ຕໍ່ໄປນີ້ເອຊາຢາໄດ້ອະທິບາຍເຖິງເຫດການທີ່ຈະເກີດຂື້ນໃນອະນາຄົດຄືກັບວ່າມັນໄດ້ເກີດຂື້ນໃນອະດີດ. ນີ້ໄດ້ເນັ້ນຫນັກວ່າພວກເຂົາຈະເກີດຂື້ນຢ່າງແນ່ນອນ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-pastforfuture)

ຂໍ້ມູນທົ່ວໄປ:

ເອຊາຢາໄດ້ອະທິບາຍເຖິງຜູ້ຮັບໃຊ້ຂອງພຣະຢາເວຕໍ່ໄປ.

ມີໃຜໄດ້ເຊື່ອສິ່ງທີ່ພວກເຂົາໄດ້ຍິນຈາກພວກເຮົາ

ສິ່ງທີ່ເອຊາຢາຫາກໍ່ຄົ້ນພົບນັ້ນມັນຫນ້າງຶດງໍ້ຫລາຍຈົນລາວສົງໄສວ່າບັນດາຜູ້ທີ່ຖືກເນລະເທດຈະເຊື່ອຫລືບໍ. "ພວກເຮົາ" ປະກອບມີລາວ ແລະ ຜູ້ທີ່ຖືກເນລະເທດນໍາ. ອາດແປໄດ້ອີກວ່າ: "ມັນຍາກສຳລັບຄົນທີ່ຈະເຊື່ອສິ່ງທີ່ພວກເຮົາໄດ້ຍິນ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-inclusive]] ແລະ [[rc:///ta/man/translate/figs-rquestion]])

ແຂນຂອງພຣະຢາເວໄດ້ຊົງສຳແດງຕໍ່ຜູ້ໃດ?

ແຂນຫມາຍເຖິງອຳນາດຂອງພຣະເຈົ້າ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະພຣະຢາເວ ໄດ້ເປີດເຜີຍອໍານາດຂອງພຣະອົງຕໍ່ປະຊາຊົນ." (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]] ແລະ rc://*/ta/man/translate/figs-rquestion)

ລາວໄດ້ເຕີບໂຕຂຶ້ນຕໍ່ພຣະພັກພຣະຢາເວເຫມືອນກັບຕົ້ນອ່ອນ

ໃນນີ້ຄຳວ່າ “ລາວ” ກມາຍຖິງຜູ້ຮັບໃຊ້ຂອງພຣະເຈົ້າເຊິ່ງເອຊາຢາປຽບທຽບກັບຕົ້ນໄມ້ອ່ອນ. ສິ່ງນີ້ເນັ້ນຫນັກວ່າລາວຈະປະກົດຕົວອ່ອນແອ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)

ຫນໍ່ທີ່ແຕກອອກມາຈາກພື້ນດິນທີ່ແຫ້ງແລ້ງ

"ພື້ນດິນທີ່ແຫ້ງແລ້ງ" ເປັນດິນທີ່ແຂງ ແລະ ແຫ້ງເຊິ່ງຈະບໍ່ຍ້ອມໃຫ້ຕົ້ນໄມ້ເຕີບໃຫຍ່ ແລະ ເປັນຕົວແທນຂອງຜູ້ຮັບໃຊ້ຂອງພຣະຢາເວທີ່ຈະມາ. ອາດແປໄດ້ອີກວ່າ: "ອອກຈາກສະຖານະການທີ່ເປັນໄປບໍ່ໄດ້" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)