lo_tn/isa/52/13.md

2.4 KiB

ເຂົາຈະສູງເດັ່ນແລະໄດ້ຮັບການຍົກຊູ, ແລະເຂົາຈະໄດ້ຮັບການຍົກຍ່ອງ

ສາມາດເວົ້າໃນຮູບແບບການກະທຳໄດ້. ສອງສໍານວນນີ້ທີ່ວ່າ "ສູງເດັ່ນແລະຍົກສູງ" ແລະ "ຈະໄດ້ຮັບການຍົກຍ່ອງ" ມີຄວາມຫມາຍໂດຍພື້ນຖານແລ້ວແມານສິ່ງດຽວກັນແລະເນັ້ນຫນັກວ່າພຣະຢາເວຈະໃຫ້ກຽດແກ່ຜູ້ຮັບໃຊ້ຂອງພຣະອົງ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ໃນບົດ 33:10. ອາດແປໄດ້ອີກວ່າ: "ເຮົາຈະໃຫ້ກຽດອັນສູງສົງແກ່ຜູ້ຮັບໃຊ້ຂອງເຮົາ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-parallelism]])

ຕື່ນຕົກໃຈຕໍ່ເຈົ້າ

ໃນນີ້ຄຳວ່າ “ເຈົ້າ” ຫມາຍເຖິງຜູ້ຮັບໃຊ້ຂອງພຣະຢາເວ. ເຖິງຢ່າງໃດກໍ່ຕາມ, ຜູ້ແປພາສາອາດຈະຕັດສິນໃຈປ່ຽນ "ເຈົ້າ" ມາເປັນ "ລາວ". (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-you)

ຮູບຮ່າງຫນ້າຕາຂອງເຈົ້າກໍຫນ້າກຽດຊັງກວ່າມະນຸດຄົນອື່ນ

ມັນອະທິບາຍໃຫ້ເຫັນວ່າຜູ້ຮັບໃຊ້ບ່ວມຊໍ້າຍ້ອນວ່າສັດຕູຕີລາວຢ່າງໂຫດຮ້າຍ. ຄວາມຫມາຍທັງຫມົດຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ສັດຕູຂອງລາວຕີຮ່າງກາຍຂອງລາວຢ່າງໂຫດຮ້າຍຈົນເບິ່ງລາວບໍ່ ຄືວ່າເປັນມະນຸດອີກຕໍ່ໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-explicit)