lo_tn/isa/52/09.md

2.8 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເຈົ້ານະຄອນເຢລູຊາເລັມທີ່ຫັກພັງເອີຍ

ເອຊາຢາເວົ້າເຖິງຊາກຫັກພັງຂອງນະຄອນເຢຣູຊາເລັມຄືກັບວ່າພວກເຂົາເປັນຄົນທີ່ສາມາດຊື່ນຊົມຍິນດີ. ນີ້ຫມາຍເຖິງປະຊາຊົນເຢຣູຊາເລັມຜູ້ທີ່ພ່າຍແພ້. ອາດແປໄດ້ອີກວ່າ: "ພວກເຈົ້າຜູ້ທີ່ອາໄສຢູ່ໃນບັນດາຊາກຫັກພັງຂອງນະຄອນເຢຣູຊາເລັມ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-personification)

ພຣະອົງໄດ້ຊົງໄຖ່ເມືອງເຢຣູຊາເລັມ

ໃນນີ້ຄຳວ່າ "ເຢຣູຊາເລັມ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ພຣະອົງໄດ້ຊົງໄຖ່ປະຊາຊົນຂອງນະຄອນເຢຣູຊາເລັມ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ເຜີຍໃຫ້ເຫັນແຂນທີ່ບໍລິສຸດຂອງພຣະອົງ

ໃນນີ້ຄຳວ່າ “ແຂນ” ຫມາຍເຖິງພະລັງຂອງພຣະຢາເວ. ພຣະຢາເວຊົງສະແດງໃຫ້ປະຊາຊົນທຸກຊາດເຫັນວ່າພຣະອົງບໍລິສຸດ ແລະ ມີພະລັງແມ່ນຖືກເວົ້າເຖິງວ່າພຣະຢາເວເປັນນັກຮົບ ຜູ້ທີ່ຖອດເສື້ອຄຸມຂອງພຣະອົງ, ແຂນຂອງພຣະອົງອອກໄປສູ້ຮົບ. ອາດແປໄດ້ອີກວ່າ: "ຊົງສະແດງໃຫ້ເຫັນເຖິງຄວາມບໍລິສຸດ ແລະ ພະລັງອັນຍິ່ງໃຫຍ່ຂອງພຣະອົງ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ປະຊາຊາດທັງປວງ; ທົ່ວແຜ່ນດິນໂລກ

ໃນນີ້ຄຳວ່າ "ປະຊາຊາດທັງປວງ" ແລະ "ແຜ່ນດິນໂລກ" ແມ່ນຕົວແທນຂອງປະຊາຊົນຂອງທຸກຊາດໃນທົ່ວໂລກ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)