lo_tn/isa/52/05.md

4.9 KiB

ບັດນີ້ເຮົາຕ້ອງເຮັດຫຍັງທີ່ນີ້ ... ເບິ່ງວ່າປະຊາຊົນຂອງເຮົາໄດ້ຖືກເອົາໂຕໄປໂດຍເປົ່າໆບໍ?

ພຣະຢາເວໃຊ້ຄຳຖາມເພື່ອເຮັດໃຫ້ຜູ້ຄົນສົນໃຈກັບສິ່ງທີ່ພຣະອົງກຳລັງຈະເວົ້າ. ຄຳຖາມທີບໍ່ຫວັງຄໍາຕອບນີ້ສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບັດນີ້ຈົ່ງເບິ່ງສິ່ງທີ່ ກຳລັງເກີດຂື້ນ ... ປະຊາຊົນຂອງເຮົາຖືກຈັບໂຕໄປອີກໂດຍເປົ່າໆ." (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)

ເຮົາເອງນີ້ແຫລະ—ນີ້ຄືຄຳປະກາດຂອງພຣະຢາເວ—ເຮົາເອງນີ້ແຫລະ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວກ່າວວ່າ, "ນີ້ຄືຄໍາປະກາດຂອງພຣະຢາເວ." ອາດແປໄດ້ອີກວ່າ: "ເຮົາເອງນີ້ແຫລະ—ນີ້ແມ່ນສິ່ງທີ່ເຮົາປະກາດ—ເຮົາເອງນີ້ແຫລະ" ຫລື 2) ເອຊາຢາກ່າວວ່າ, "ນີ້ແມ່ນການປະກາດຂອງພຣະຢາເວ." ອາດແປໄດ້ອີກວ່າ: "ເຮົາເອງນີ້ແຫລະ,"ພຣະຢາເວກ່າວ, "ເຮົາເອງນີ້ແຫລະ"

ເບິ່ງວ່າປະຊາຊົນຂອງເຮົາໄດ້ຖືກເອົາໂຕໄປໂດຍເປົ່າໆ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂ້ອຍເຫັນສັດຕູຈັບຄົນຂອງເຮົາໄປໂດຍເປົ່າໆ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)

ໂດຍເປົ່າໆ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໂຕເປົ່າໆ" ຫມາຍຄວາມວ່າຊາວບາບີໂລນໄດ້ເອົາປະຊາຊົນໄປໂດຍບໍ່ຍຸຕິທຳແລະບໍ່ມີເຫດຜົນ ຫລື 2) ນີ້ຍັງສືບຕໍ່ການປຽບທຽບມາຈາກບົດ 52: 2 ບ່ອນທີ່ພຣະຢາເວເວົ້າເຖິງຄືກັບວ່າພຣະອົງເປັນເຈົ້າຂອງປະຊາຊົນອິດສະຣາເອນແລະສາມາດມອບພວກເຂົາໃຫ້ໂດຍບໍ່ມີຫຍັງເລີຍ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຜູ້ຄົນທີ່ປົກຄອງພວກເຂົາກໍ່ເຍາະເຍີ້ຍ

ນີ້ຫມາຍເຖິງຊາວບາບີໂລນຜູ້ທີ່ໄດ້ເອົາຊະນະປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ບາງສະບັບມີ, "ຜູ້ທີ່ປົກຄອງພວກເຂົາຮ້ອງໄຫ້ຄໍາຄວນ." ສຳລັບສະບັບນີ້, ຂໍ້ຄວາມນີ້ກ່າວເຖິງຜູ້ນຳຂອງອິດສະຣາເອນໃນການເປັນຊະເລີຍ.

ນາມຂອງເຮົາກໍຖືກຫມິ່ນປະຫມາດເລື້ອຍມາຕະຫລອດວັນຍັ່ງຄຳ

ທີ່ນີ້ “ນາມ” ສະແດງເຖິງຊື່ສຽງຂອງພຣະຢາເວ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຜູ້ທີ່ເຝົ້າຍາມສັດຕູຈະໄລ່ຄົນຂອງເຮົາອອກໄປເວົ້າຫມິ່ນປະຫມາດຕໍ່ເຮົາເລື້ອຍໆ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ສະນັ້ນຊົນຊາດຂອງເຮົາຈະຮູ້ຈັກຊື່ຂອງເຮົາ

ໃນນີ້ຄຳວ່າ “ຊື່” ສະແດງເຖິງຊື່ສຽງຂອງພຣະຢາເວ. ອາດແປໄດ້ອີກວ່າ: "ດັ່ງນັ້ນນັ້ປະຊາຊົນຂອງເຮົາຈະຮູ້ວ່າເຮົາແມ່ນໃຜແທ້" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)