lo_tn/isa/52/02.md

3.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສຶບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ຈົ່ງສັ່ນຂີ້ຜຸ່ນດິນອອກຈາກຕົວເຈົ້າເອງ; ຈົ່ງລຸກຂຶ້ນແລະນັ່ງ, ເຢຣູຊາເລັມເອີຍ

ໃນນີ້ຄຳວ່າ "ເຢຣູຊາເລັມ" ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ປະຊາຊົນໃນເມືອງເຢຣູຊາເລັມ, ນັ່ງລົງ ແລະສັ່ນຂີ້ຝຸ່ນອອກຈາກຕົວເຈົ້າເອງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ຈົ່ງປົດໂສ້ອອກຈາກຄໍຂອງເຈົ້າ, ຊະເລີຍ

ມັນອະທິບາຍໃຫ້ເຫັນວ່າປະຊາຊົນໃນເຢຣູຊາເລັມໄດ້ໃສ່ສາຍໂສ້ເພາະວ່າພວກເຂົາເປັນຂ້າທາດໃນຂະນະທີ່ຖືກເນລະເທດໃນບາບີໂລນ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]])

ທິດາຂອງຊີໂອນ

ນີ້ແມ່ນສໍານວນ. "ທິດາ" ຂອງເມືອງຫມາຍເຖິງປະຊາຊົນໃນເມືອງ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນບົດ 1: 7. ອາດແປໄດ້ອີກວ່າ: "ປະຊາຊົນຊີໂອນ" ຫລື "ປະຊາຊົນທີ່ອາໄສຢູ່ໃນຊີໂອນ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-idiom)

ພວກເຈົ້າໄດ້ຖືກຂາຍໄປເປົ່າໆ, ແລະພວກເຈົ້າຈະໄດ້ຮັບການໄຖ່ໂດຍບໍ່ໃຊ້ເງິນ

ເລື່ອງນີ້ເວົ້າເຖິງພຣະຢາເວຄືກັບວ່າພຣະອົງເປັນເຈົ້າຂອງປະຊາຊົນອິດສະຣາເອນ. ຍ້ອນວ່າພຣະເຈົ້າເປັນເຈົ້າຂອງທີ່ຊອບທໍາພຣະອົງສາມາດໃຫ້ພວກເຂົາໄປຫລືເອົາພວກເຂົາຄືນໄດ້ທຸກເວລາເມື່ອພຣະອົງຕ້ອງການ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເຮົາຂາຍພວກເຈົ້າໂດຍບໍ່ມີຄ່າຫຍັງ, ແລະເຮົາຈະໄຖ່ເຈົ້າໂດຍບໍ່ຕ້ອງເສຍເງິນ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])