lo_tn/isa/52/01.md

3.9 KiB

ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ

ຄຳນີ້ເວົ້າຊໍ້າເພື່ອເນັ້ນຫນັກ ແລະ ສະແດງເຖິງຄວາມຮີບດ່ວນ. ເອຊາຢາພະຍາຍາມປຸກປະຊາຊົນໃຫ້ຕື່ນເວົ້າຄືກັບວ່າລາວກຳລັງພະຍາຍາມປຸກເຂົາເຈົ້າໃຫ້ຕື່ນຈາກການນອນຫລັບ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຈົ່ງສວມໃສ່ກຳລັງຂອງເຈົ້າ

ການເປັນຄົນເຂັ້ມແຂງອີກເທື່ອຫນື່ງແມ່ນຖືກເວົ້າເຖິງ ຄືກັບວ່າເປັນເຄື່ອງນຸ່ງທີ່ຄົນເຮົາສວມໃສ່. ອາດແປໄດ້ອີກວ່າ: "ຈົ່ງເຂັມແຂງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຊີໂອນເອີຍ ... ກຸງເຢຣູຊາເລັມ

ທັງສອງຢ່າງນີ້ອ້າງເຖິງປະຊາຊົນທີ່ອາໄສຢູ່ໃນກຸງເຢຣູຊາເລັມ. ເອຊາຢາກຳລັງເວົ້າກັບປະຊາຊົນ ຄືກັບວ່າພວກເຂົາຢູ່ທີ່ນັ້ນກໍາລັງຟັງລາວ. ອາດແປໄດ້ວ່າ: "ປະຊາຊົນຊີໂອນ ... ປະຊາຊົນກຸງເຢຣູຊາເລັມ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]])

ຄົນທີ່ບໍ່ເຂົ້າພິທີຕັດຫລືຜູ້ທີ່ເປັນມົນທິນ

ຄໍາຄຸນສັບເຫລົ່ານີ້ສາມາດລະບຸເປັນຄໍາຄຸນສັບໄດ້. ອາດແປໄດ້ອີກວ່າ: "ຄົນທີ່ບໍ່ເຂົ້າພິທີຕັດ ຫລື ຜູ້ທີ່ເປັນມົນທິນ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-nominaladj)

ມົນທິນ

ນີ້ຫມາຍເຖິງຄົນທີ່ບໍ່ສະອາດ. ຄົນທີ່ພຣະເຈົ້າຖືວ່າເປັນສິ່ງທີ່ຍອມຮັບບໍ່ໄດ້ຫລືເປັນມົນທິນທາງຝ່າຍວິນຍານຖືກເວົ້າເຖິງ ຄືກັບວ່າຄົນນັ້ນບໍ່ສະອາດທາງຮ່າງກາຍ. ອາດແປໄດ້ອີກວ່າ: "ຄົນທີ່ພຣະເຈົ້າຍອມຮັບບໍ່ໄດ້" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ເຂົ້າມາໃນເຈົ້າ

ຄຳວ່າ "ເຈົ້າ" ຫມາຍເຖິງກຸງເຢຣູຊາເລັມເຊິ່ງເປັນຕົວແທນຂອງປະຊາຊົນຜູ້ທີ່ອາໄສຢູ່ທີ່ນັ້ນ. ເປັນທີ່ເຂົ້າໃຈກັນວ່າຄົນທີ່ບໍ່ເຂົ້າພິທີຕັດ ແລະມົນທິນຈະເຂົ້າມາໃນເມືອງເພື່ອໂຈມຕີປະຊາຊົນ. ສາມາດເພີ່ມຄໍາສັບທີ່ຂາດຫາຍເພື່ອເຮັດໃຫ້ຄວາມຫມາຍຈະແຈ້ງ. ອາດແປໄດ້ອີກວ່າ: "ເຂົ້າເມືອງຂອງເຈົ້າເພື່ອໂຈມຕີເຈົ້າ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-ellipsis]])