lo_tn/isa/51/23.md

3.0 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສຶບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເຮົາຈະໃສ່ມັນໄວ້ໃນມືຂອງຜູ້ທີ່ທໍລະມານເຈົ້າ

ນີ້ເວົ້າເຖິງພຣະຢາເວທີ່ລົງໂທດສັດຕູຂອງພວກເຂົາຄືກັບວ່າພຣະອົງກຳລັງຈະບັງຄັບໃຫ້ພວກເຂົາດື່ມຈາກຈອກທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະອົງ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ເຮົາຈະໃສ່ມັນໄວ້ໃນມືຂອງຜູ້ທີ່ທໍລະມານເຈົ້າ

ມັນຫມາຍຄວາມວ່າການວາງໃສ່ຈອກແຫ່ງຄວາມໂກດຮ້າຍຂອງພຣະອົງຢູ່ໃນມືຂອງພວກເຂົາພຣະຢາເວຈະບັງຄັບໃຫ້ພວກເຂົາດື່ມສິ່ງທີ່ຢູ່ໃນຈອກ. ອາດແປໄດ້ອີກວ່າ: "ເຮົາຈະບັງຄັບໃຫ້ຜູ້ທໍລະມານຂອງເຈົ້າດື່ມຈາກເຫລົ້າອະງຸນຈາກຖ້ວຍແຫ່ງຄວາມໂກດຮ້າຍຂອງເຮົາ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-explicit)

ຜູ້ທີ່ທໍລະມານເຈົ້າ

ຄຳວ່າ“ ຜູ້ທໍລະມານ” ອາດຈະສະແດງອອກດ້ວຍຄຳກິລິຍາ. ອາດແປໄດ້ອີກວ່າ: "ຜູ້ທີ່ໄດ້ທໍລະມານເຈົ້າ" ຫລື "ຜູ້ທີ່ເຮັດໃຫ້ເຈົ້າປະສົບຄວາມທົນທຸກທໍລະມານ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-abstractnouns)

ຈົ້າຈົ່ງເຮັດໃຫ້ຫລັງຂອງເຈົ້າເຫມືອນພື້ນດິນແລະເປັນເຫມືອນຖະຫນົນເພື່ອໃຫ້ພວກເຂົາຈະຍ່າງຢຽບໄປເທິງເຈົ້າ

ສິ່ງນີ້ປຽບທຽບວິທີທີ່ສັດຕູຂອງພວກເຂົາຍ່າງຢູ່ເທິງຫລັງຂອງພວກເຂົາຄືກັບວິທີທີ່ຄົນຍ່າງໄປຕາມຖະຫນົນ. ອາດແປໄດ້ອີກວ່າ: "ເຈົ້ານອນຢູ່ເທິງຖະຫນົນຫົນທາງເພື່ອໃຫ້ສັດຕູຂອງເຈົ້າສາມາດຍ່າງຢູ່ເທິງຫລັງເຈົ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)