lo_tn/isa/51/19.md

5.6 KiB

ຂໍ້ມູນທົ່ວໄປ:

ເອຊາຢາຍັງສຶບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ໃຜຈະໂສກເສົ້າກັບເຈົ້າແດ່? ... ຜູ້ໃດຈະປອບໂຍນເຈົ້າແດ່?

ເອຊາຢາໃຊ້ຄຳຖາມນີ້ ເພື່ອເນັ້ນຫນັກວ່າດຽວນີ້ບໍ່ມີຜູ້ໃດທີ່ຈະຮ້ອງໄຫ້ກັບພວກເຂົາ ຫລື ປອບໂຍນພວກເຂົາ. ຄຳຖາມເຫລົ່ານີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ແຕ່ບໍ່ມີໃຜທີ່ຈະໂສກເສົ້າກັບເຈົ້າ ... ບໍ່ມີໃຜທີ່ຈະປອບໂຍນເຈົ້າ." (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)

ຄວາມຍາກລຳບາກສອງສິ່ງນີ້

ບັນຫາທັງສອງນັ້ນກ່າວເຖິງສອງສໍານວນຕໍ່ໄປນີ້: "ຄວາມຫວ່າງເປົ່າແລະການຖືກທຳລາຍ" ແລະ "ຄວາມອຶດຢາກ ແລະດາບ."

ຄວາມຫວ່າງເປົ່າແລະການຖືກທຳລາຍ

ຄຳເວົ້າເຫລົ່ານີ້ມີຄວາມຫມາຍຄ້າຍຄືກັນ ແລະ ເນັ້ນຫນັກເຖິງການທໍາລາຍລ້າງແຜ່ນດິນທີ່ເກີດຈາກກອງທັບຝ່າຍກົງກັນຂ້າມ. ອາດແປໄດ້ອີກວ່າ: "ສັດຕູຂອງທ່ານໄດ້ເຮັດໃຫ້ເມືອງຂອງທ່ານຫວ່າງເປົ່າ ແລະ ຖືກທຳລາຍ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-doublet)

ການອຶດອາຫານແລະຄົມດາບ

ຄຳວ່າ “ຄວາມອຶດຢາກ” ແລະ “ຄົມດາບ” ອະທິບາຍເຖິງບັນຫາທີ່ຈະເກີດຂື້ນກັບປິຊາຊົນ. “ຄົມດາບ” ຫມາຍເຖິງ“ ສົງຄາມ”. ອາດແປໄດ້ອີກວ່າ: "ພວກເຈົ້າຫລາຍຄົນໄດ້ເສຍຊີວິດຍ້ອນຄວາມອຶດຫິວ ແລະ ສົງຄາມ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ພວກເຂົານອນຢູ່ທຸກແຈຖະຫນົນທຸກແຫ່ງ

ນີ້ແມ່ນເລື່ອງທົ່ວໄປ, ນັ້ນຫມາຍຄວາມວ່າເດັກນ້ອຍຫລາຍຄົນຈະນອນຢູ່ຕາມຖະຫນົນ, ແຕ່ບໍ່ຈຳເປັນຕ້ອງຢູ່ທຸກແຈຖະ ຫນົນ. ອາດແປໄດ້ອີກວ່າ: "ພວກເຂົານອນຢູ່ຕາມຖະຫນົນ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-hyperbole)

ເຫມືອນກັບກວາງຕິດຕາຫນ່າງ

ສິ່ງນີ້ເວົ້າເຖິງເດັກນ້ອຍທີ່ກຳລັງຈະຫມົດແຮງກຳລັງ ແລະສິ້ນຫວັງ ຄືກັບວ່າພວກເຂົາເປັນກວາງທີ່ຖືກກັບດັກ. ອາດແປໄດ້ອີກວ່າ: "ພວກເຂົາສິ້ນຫວັງ, ຄືກັບກວາງທີ່ຕິດໃນຕາຫນ່າງ" ຫລື "ສິ້ນຫວັງຄືກັບກວາງທີ່ຖືກກັບດັກ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)

ກວາງ

ນີ້ແມ່ນສັດ, ຄ້າຍຄືກັບກວາງ, ເຊິ່ງມີເຂົາແລະແລ່ນໄວຫລາຍ. ອາດແປໄດ້ອີກວ່າ: "ກວາງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/translate-unknown)

ພວກເຂົາເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະຢາເວ, ດ້ວຍອຳນາດຂອງພຣະເຈົ້າຂອງພວກເຈົ້າ.

“ຄວາມໂກດຮ້າຍຂອງພຣະຢາເວ” ຫມາຍເຖິງພຣະຢາເວ ລົງໂທດປະຊາຊົນຂອງພຣະອົງຍ້ອນຄວາມໂກດຮ້າຍຂອງພຣະອົງຕໍ່ພວກເຂົາ. ສິ່ງນີ້ເວົ້າເຖິງປະຊາຊົນທີ່ຖືກລົງໂທດຢ່າງຫນັກຄືກັບວ່າພວກເຂົາໄດ້ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະຢາເວ. ອີກຢ່າງຫນຶ່ງຄຳວ່າ “ຕຳຫນິ” ສາມາດຂຽນເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຖືກລົງໂທດຢ່າງໂຫດຮ້າຍຈາກພຣະຢາເວ ເພາະວ່າພຣະອົງໂກດຮ້າຍພວກເຂົາ ແລະໄດ້ຕໍາຫນິພວກເຂົາ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])