lo_tn/isa/51/17.md

4.9 KiB

ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ, ຈົ່ງຢືນຂຶ້ນເຖີດ, ເຢຣູຊາເລັມເອີຍ

ໃນນີ້ຄຳວ່າ "ເຢຣູຊາເລັມ" ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ທີ່ນັ້ນ. ພຣະຢາເວເວົ້າກັບປະຊາຊົນໃນເມືອງເຢຣູຊາເລັມ ຄືກັບວ່າພວກເຂົາຢູ່ທີ່ນັ້ນກໍາລັງຟັງພຣະອົງ. ອາດແປໄດ້ອີກວ່າ: "ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ, ຈົ່ງຢືນຂຶ້ນເຖີດ, ພວກເຈົ້າປະຊາຊົນເຢຣູຊາເລັມ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]])

ຈົ່ງຕື່ນຂຶ້ນ, ຕື່ນຂຶ້ນເຖີດ, ຈົ່ງຢືນຂຶ້ນເຖີດ

"ຈົ່ງຕື່ນຕົວແລະລຸກຂຶ້ນ." ການເວົ້າຊໍ້າຄຳວ່າ "ຕື່ນ" ໄດ້ເນັ້ນ ຫນັກເຖິງຄວາມຮີບດ່ວນຂອງການຮ້ອງທີ່ຈະປຸກປະຊາຊົນອິດສະຣາເອນ. ມັນບໍ່ໄດ້ຖືກນໍາໃຊ້ເພື່ອປຸກພວກເຂົາຈາກການນອນຫລັບທີ່ແທ້ຈິ່ງ.

ເຈົ້າຜູ້ທີ່ໄດ້ດື່ມຈາກພຣະຫັດຂອງພຣະຢາເວ ...ຈາກຖ້ວຍແຫ່ງຄວາມໂຊເຊ

ພຣະຢາເວກ່າວເຖິງການລົງໂທດປະຊາຊົນຂອງພຣະອົງ ຄືກັບວ່າພຣະອົງໄດ້ບັງຄັບໃຫ້ພວກເຂົາດື່ມຈາກຊາມທີ່ເຕັ້ມໄປດວ້ຍຄວາມໂກດຮ້າຍຂອງພຣະອົງ. ແລະເມື່ອພວກເຂົາດື່ມຈາກຖ້ວຍແຫ່ງຄວາມໂກດຮ້າຍຂອງພວກພຣະອົງ, ພວກເຂົາກໍ່ໂຊເຊ ຄືກັບວ່າພວກເຂົາໄດ້ດື່ມເຫລົ້າເປັນຈໍານວນຫລາຍ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ລົງໄປຈົນເຖິງກົ້ນຕະກອນ

ຄຳວ່າ "ຕະກອນ" ຫມາຍເຖິງຊິ້ນສ່ວນແຂງຢູ່ທາງລຸ່ມຂອງພາຊະນະທີ່ມີທາດແຫລວໃນນັ້ນ. ອາດແປໄດ້ອີກວ່າ: "ລົງໄປຫາດ້ານລຸ່ມສຸດ"

ຈາກພຣະຫັດຂອງພຣະຢາເວ

ໃນທີ່ນີ້ພຣະຢາເວຖືກກ່າວເຖິງໂດພຣະຫັດຂອງພຣະອົງເພື່ອເນັ້ນຫນັກວ່າພຣະອົງແມ່ນຜູ້ທີ່ເອົາຖ້ວຍໃຫ້ປະຊາຊົນຂອງພຣະອົງ. ອາດແປໄດ້ອີກວ່າ: "ທີ່ພຣະອົງໄດ້ມອບໃຫ້ທ່ານ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-synecdoche)

ຈາກຖ້ວຍແຫ່ງຄວາມໂຊເຊ

"ຈາກຈອກທີ່ເຮັດໃຫ້ເຈົ້າໂຊເຊ ຄືກັບວ່າເຈົ້າເມົາເຫລົ້າອະງຸ່ນ"

ໂຊເຊ

ຍ່າງບໍ່ຊື່, ຫຼືສະດຸດໃນເວລາຍ່າງ

ບໍ່ມີໃຜ ...ທີ່ຈະນຳທາງນາງໄດ້; ບໍ່ມີໃຜ ... ດຶງເອົາມືຂອງນາງ

ສອງຂໍ້ນີ້ມີຄວາມຫມາຍອັນດຽວກັນ ແລະ ສາມາດລວມເຂົ້າກັນໄດ້. ເລື່ອງນີ້ເວົ້າເຖິງການທີ່ເຢຣູຊາເລັມກໍາລັງສິ້ນຫວັງ ຄືກັບວ່າເມືອງນີ້ເປັນຜູ້ຍິງທີ່ຂີ້ເມົ້າບໍ່ມີລູກຊາຍເພື່ອຊ່ວຍໃຫ້ນາງຍ່າງໄປຢ່າງປອດໄພ. ອາດແປໄດ້ອີກວ່າ: "ເຈົ້າບໍ່ມີໃຜທີ່ຈະຊ່ວຍເຈົ້າ! ເຈົ້າຄືກັບແມ່ຍິງເຖົ້າທີ່ຂີ້ເມົ້າບໍ່ມີລູກຊາຍທີ່ຈະຈັບມືຂອງນາງ ແລະ ນຳທາງນາງ" (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])