lo_tn/isa/51/12.md

2.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນ.

ເຮົາ, ເຮົາ, ເຮົາແມ່ນຜູ້ທີ່

ຄຳວ່າ "ເຮົາ" ເວົ້າຊໍ້າແລ້ວຊໍ້າອີກເພື່ອເປັນການເນັ້ນຫນັກ. ຖ້າຄໍາເວົ້ານີ້ຜິດທໍາມະຊາດໃນພາສາຂອງທ່ານ, ການເວົ້າຊໍ້ານັ້ນກໍ່ບໍ່ຈຳເປັນຕ້ອງໃຊ້. ອາດແປໄດ້ອີກວ່າ: "ຂ້ອຍແມ່ນຜູ້ທີ່"

ເປັນຫຍັງເຈົ້າຈຶ່ງຢ້ານມະນຸດ ... ເຫມືອນກັບຕົ້ນຫຍ້າ?

ຄຳຖາມທີ່ບໍ່ຫວັງຄໍາຕອບນີ້ນີ້ເນັ້ນວ່າຄົນທີ່ໄດ້ຮັບການປົກປ້ອງຂອງພຣະຜູ້ເປັນເຈົ້າບໍ່ຄວນຢ້ານມະນຸດ. ສິ່ງນີ້ສາມາດຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຢ່າຢ້ານມະນຸດ ... ເຫມືອນກັບຕົ້ນຫຍ້າ." (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)

ຜູ້ທີ່ຖືກສ້າງມາເຫມືອນກັບຕົ້ນຫຍ້າ

ສໍນວນນີ້ປຽບທຽບມະນຸດກັບຕົ້ນຫຍ້າເພື່ອເນັ້ນວ່າຊີວິດຂອງພວກເຂົາສັ້ນ ແລະ ພວກເຂົາຈະຕາຍຢ່າງໄວວາ. ອາດແປໄດ້ອີກວ່າ: "ຜູ້ທີ່ມີຊີວິດຢູ່ ແລະ ຕາຍຢ່າງໄວວາຄືກັບຕົ້ນຫຍ້າ" ຫລື "ຜູ້ທີ່ຈະຫ່ຽວແຫ້ງ ແລະ ຫາຍໄປຄືກັບຕົ້ນຫຍ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)

ຜູ້ທີ່ຖືກສ້າງມາເຫມືອນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກ: "ຜູ້ທີ່ເປັນເຫມືອນ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)