lo_tn/isa/51/11.md

3.3 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນຄ້າຍຄືກັນຫລາຍກັບບົດ 35:10.

ຊົງໄຖ່ໄວ້ຂອງພຣະຢາເວ

ຊົງ “ ໄຖ່” ຫມາຍເຖິງການ“ ກູ້ເອົາ”. ນີ້ຫມາຍເຖິງປະຊາຊົນທີ່ພຣະຢາເວໄດ້ຊ່ວຍຊີວິດ. ອາດແປໄດ້ອີກວ່າ: "ຜູ້ທີ່ພຣະຢາເວໄດ້ຊົງຊ່ວຍຊີວິດ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-nominaladj)

ດ້ວຍຄວາມຍິນດີເທິງຫົວຂອງພວກເຂົາຕະຫລອດໄປ

ໃນທີ່ນີ້ໃຊ້ຫົວຄົນເພື່ອຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຂົາຈະມີຄວາມຍິນດີຕະຫລອດໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-synecdoche)

ຄວາມຊື່ນບານແລະດ້ວຍຄວາມຍິນດີ ... ຄວາມໂສກເສົ້າແລະຄວາມທຸກໃຈ

ຄຳວ່າ "ຄວາມຊື່ນບານ" ແລະ "ຄວາມຍິນດີ" ຫມາຍເຖິງໂດຍພື້ນຖານແມ່ນສິ່ງດຽວກັນ, ຄືກັບ "ຄວາມໂສກເສົ້າ" ແລະ "ຄວາມທຸກໃຈ." ພວກມັນເນັ້ນຫນັກເຖິງຄວາມຮຸນແຮງຂອງອາລົມເຫລົ່ານີ້. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-doublet)

ຄວາມຊື່ນບານແລະດ້ວຍຄວາມຍິນດີເທິງຫົວຂອງພວກເຂົາ

ສິ່ງນີ້ເວົ້າເຖິງຄົນທີ່ຖືກຄອບງຳໂດຍຄວາມຊື່ນບານ ແລະຄວາມຍິນດີໂດຍການໃຫ້ອາລົມເຫລົ່ານີ້ມີຄຸນນະພາບຂອງຄວາມສາມາດໃນການທີ່ຈະເອົາຊະນະຄົນໃດຄົນຫນື່ງໄດ້. ອາດແປໄດ້ອີກວ່າ: "ພວກເຂົາຈະຖືກຄອບງຳໂດຍຄວາມຍິນດີແລະຄວາມຊື່ນບານ" ຫລື "ພວກເຂົາຈະຊື່ນບານແລະຍິນດີທີ່ສຸດ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-personification)

ຄວາມໂສກເສົ້າແລະຄວາມທຸກໃຈຈະຫນີຈາກໄປ

ສິ່ງນີ້ເວົ້າເຖິງປະຊາຊົນທີ່ບໍ່ມີຄວາມໂສກເສົ້າ ແລະ ທຸກໃຈອີກຕໍ່ໄປໂດຍການເວົ້າເຖິງອາລົມເຫລົ່ານີ້ ຄືກັບວ່າພວກເຂົາສາມາດແລ່ນຫນີ້ໄປໄດ້. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ໂສກເສົ້າ ແລະ ທຸກໃຈອີກຕໍ່ໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-personification)