lo_tn/isa/51/09.md

4.9 KiB

ຈົ່ງຕື່ນ, ຕື່ນຂຶ້ນເຖີດ, ຈົ່ງສວມຕົວເອງດ້ວຍກຳລັງ, ດ້ວຍແຂນຂອງພຣະຢາເວ

ປະຊາຊົນຮ້ອງຂໍແຂນຂອງພຣະຢາເວຊ່ວຍເຫລືອພວກເຂົາຢ່າງຮີບດ່ວນຄືກັບວ່າແຂນຂອງພຣະອົງເປັນຄົນ. ມັນເປັນການແປກທີ່ຈະເວົ້າຕໍ່ແຂນ, ສິ່ງນີ້ສາມາດໄດ້ຮັບການແກ້ໄຂໂດຍກົງກັບພຣະຢາເວແທນ. ອາດແປໄດ້ອີກວ່າ: "ຈົ່ງຕື່ນ, ຕື່ນຂື້ນເຖີດ, ພຣະຜູ້ເປັນເຈົ້າ, ແລະສວມເສື້ອແຂນຂອງເຈົ້າດ້ວຍຄວາມເຂັ້ມແຂງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-personification)

ຈົ່ງຕື່ນ, ຕື່ນຂຶ້ນເຖີດ ... ດ້ວຍແຂນຂອງພຣະຢາເວ

ປະຊາຊົນເວົ້າຄືກັບວ່າແຂນຂອງພຣະຢາເວກຳລັງນອນຫລັບເພາະວ່າບໍ່ໄດ້ຊ່ວຍເຫລືອພວກເຂົາ. ພວກເຂົາຕ້ອງການໃຫ້ແຂນຊ່ວຍພວກເຂົາ. ຄຳວ່າ “ຈົ່ງຕື່ນ” ຊໍ້າແລ້ວຊໍ້າອີກເພື່ອສະແດງໃຫ້ເຫັນວ່າພວກເຂົາຕ້ອງການຄວາມຊ່ວຍເຫລືອຈາກພຣະເຈົ້າຢ່າງຮີບດ່ວນ. (ເບີ່ງເພີ່ມເຕີ່ມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]])

ຈົ່ງສວມຕົວເອງດ້ວຍກຳລັງ

ກໍາລັງຖືກເວົ້າເຖິງ ຄືກັບວ່າມັນເປັນເຄື່ອງນຸ່ງບາງຊະນິດທີ່ປະຊາຊົນຈະສວມໃສ່ເພື່ອເສີມສ້າງຕົວເອງໃນການສູ້ຮົບ. ອາດແປໄດ້ອີກວ່າ: "ເຮັດໃຫ້ຕົວເອງແຂງແຮງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ບໍ່ແມ່ນພຣະອົງບໍ່ທີ່ເປັນຜູ້ທີ່ຂະຍີ້ອະສູນຮ້າຍໃນທະເລ, ຜູ້ທີ່ແທງມັງກອນ?

ຜູ້ເວົ້າໃຊ້ຄຳຖາມເພື່ອເນັ້ນຫນັກເຖິງອຳນາດຂອງພຣະຢາເວ ໃນການເຮັດສິ່ງທີ່ຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ພຣະອົງແມ່ນຜູ້ທີ່ຂິຍີ້ອະສູນໃນທະເລ, ພຣະອົງຜູ້ທີ່ແທງມັງກອນ." (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)

ອະສູນຮ້າຍໃນທະເລ ... ມັງກອນ

ທັງສອງສັດນີ້ຫມາຍເຖິງສິ່ງດຽວກັນ. ພວກເຂົາອ້າງເຖິງ ຣາຮາບ, ເຊິ່ງເປັນງູໃນດຶກດໍາບັນທີ່ອາໄສຢູ່ໃນທະເລ, ເຊິ່ງມັນອາດຈະເປັນສັນຍາລັກໃຫ້ແກ່ປະເທດຊາດຂອງອີຢີບ ຫລື ເປັນສັນຍາລັກຂອງຄວາມຊົ່ວ ແລະ ຄວາມສັບສົນວຸ່ນວາຍ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-parallelism)

ພຣະອົງໄດ້ຊົງເຮັດໃຫ້ທະເລເຫືອດແຫ້ງ ... ແກ່ຜູ້ທີ່ໄດ້ຮັບການຊົງໄຖ່ໃຫ້ຜ່ານໄປ

ອີກເທື່ອຫນື່ງ, ຜູ້ເວົ້າໃຊ້ຄຳຖາມເພື່ອເນັ້ນຫນັກເຖິງອຳນາດຂອງພຣະຢາເວໃນການເຮັດສິ່ງທີ່ຍິ່ງໃຫຍ່. ສິ່ງນີ້ຫມາຍເຖິງພຣະຢາເວເປີດທະເລແດງເພື່ອໃຫ້ຊົນຊາດອິດສະຣາເອນຂ້າມຜ່ານ ແລະ ຫນີ້ຈາກກອງທັບຂອງອີຢີບ. ອາດແປໄດ້ອີກວ່າ: "ພຣະອົງໄດ້ຊົງເຮັດໃຫ້ທະເລເຫືອດແຫ້ງ ... ແກ່ຜູ້ທີ່ໄດ້ຮັບການຊົງໄຖ່ໃຫ້ຜ່ານໄປ." (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-rquestion)