lo_tn/isa/51/07.md

3.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນ.

ພວກເຈົ້າຜູ້ທີ່ມີກົດບັນຍັດຂອງເຮົາຢູ່ໃນໃຈ

ການມີກົດບັນຍັດຂອງພຣະເຈົ້າຢູ່ໃນໃຈຫມາຍເຖິງການຮູ້ກົດຫມາຍຂອງພຣະເຈົ້າ ແລະ ຢາກປະຕິບັດຕາມກົດຫມາຍນັ້ນ. ອາດແປໄດ້ອີກວ່າ: "ຜູ້ທີ່ຮູ້ ແລະເຄົາລົບກົດບັນຍັດຂອງເຮົາ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຢ່າທໍ້ໃຈຈາກການຢຽບຫຍາມຂອງພວກເຂົາ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະ ຢ່າສູນເສຍຄວາມກ້າຫານຂອງທ່ານ ເມື່ອພວກເຂົາທໍາຮ້າຍເຈົ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-activepassive)

ເພາະໂຕແມງໄມ້ຈະກິນພວກເຂົາເຫມືອນກິນເສື້ອຜ້າ, ແລະໂຕຫນອນຈະກິນພວກເຂົາຄືກິນຂົນແກະ

ພຣະເຈົ້າກ່າວເຖິງຄົນທີ່ທຳຮ້າຍຜູ້ທີ່ຊອບທຳຄືກັບວ່າພວກເຂົາເປັນເສື້ອຜ້າຂົນສັດ, ແລະ ພວກເຂົາກໍາລັງຖືກທຳລາຍຄືກັບແມງໄມ້ທີ່ກິນພວກມັນ. (ເບິ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຄວາມຊອບທຳຂອງເຮົາຈະຄົງຢູ່ຕະຫລອດໄປ

“ຄວາມຊອບທຳ” ຂອງພຣະເຈົ້າໃນນີ້ຫມາຍເຖິງການປົກຄອງຂອງພຣະອົງຢ່າງຊອບທຳ. ອາດແປໄດ້ອີກວ່າ: "ກົດບັນຍັດອັນຊອບທຳຂອງເຮົາຈະຢູ່ຕະຫລອດໄປ" ຫລື "ເຮົາຈະປົກຄອງຢ່າງຊອບທຳຕະຫລອດໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ຄວາມລອດຂອງເຮົາຈະໄປສູ່ທຸກຊົ່ວເຊື້ອຊາດ

"ຄວາມລອດ" ຂອງພຣະເຈົ້າໃນນີ້ສະແດງເຖິງຜົນຂອງຄວາມລອດຂອງພຣະອົງ, ເຊິ່ງແມ່ນອິດສະຫລະພາບ. ຈະໄປ “ສູ່ທຸກຊົ່ວເຊື້ອຊາດ” ສະແດງເຖິງຄວາມຍືນຍົງຕະຫລອດໄປ. ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍພວກເຈົ້າ, ແລະເຈົ້າຈະເປັນອິດສະຫລະຕະຫລອດໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)