lo_tn/isa/51/06.md

2.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນ.

ຈົ່ງເງີຍຫນ້າຂອງເຈົ້າຂຶ້ນສູ່ທ້ອງຟ້າ

ການຍົກດວງຕາຫມາຍເຖິງການເບິ່ງບາງສິ່ງບາງຢ່າງຢູ່ຂ້າງເທິງ. ອາດແປໄດ້ວ່າ: "ເບິ່ງທ້ອງຟ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ເຫມືອນກັບຄວັນ ... ເຫມືອນກັບເສື້ອຜ້າ ... ເຫມືອນກັບແມງວັນ

ສິ່ງທັງຫມົດເຫລົ່ານີ້ຫມາຍເຖິງສິ່ງຕ່າງໆ ທີ່ສູນຫາຍໄປຢ່າງໄວວາແລະງ່າຍດາຍ ຫລື ກາຍເປັນສິ່ງທີ່ບໍ່ມີປະໂຫຍດ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-simile)

ຄວາມລອດຂອງເຮົາຈະດຳລົງຢູ່ຕະຫລອດໄປເປັນນິດ

"ຄວາມລອດ" ຂອງພຣະເຈົ້າໃນນີ້ສະແດງເຖິງຜົນຂອງຄວາມລອດຂອງພຣະອົງ, ນັ້ນກໍ່ແມ່ນເສລີພາບ. ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍເຈົ້າ, ເຈົ້າຈະເປັນອິດສະຫລະຕະຫລອດໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ຄວາມຊອບທຳຂອງເຮົາຈະບໍ່ຢຸດເຮັດວຽກເລີຍ

“ຄວາມຊອບທຳ” ຂອງພຣະເຈົ້າໃນທີ່ນີ້ສະແດງການປົກຄອງຢ່າງຊອບທໍາຂອງພຣະອົງ. ອາດແປໄດ້ອີກວ່າ: "ກົດອັນຊອບທໍາຂອງເຮົາຈະບໍ່ມີທີ່ສິ້ນສຸດ" ຫລື "ເຮົາຈະປົກຄອງຢ່າງຊອບທຳຕະຫລອດໄປ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)