lo_tn/isa/51/04.md

5.0 KiB

ຂໍ້ມູນທົ່ວໄປ:

ພຣະຢາເວເວົ້າຕໍ່ປະຊາຊົນອິດສະຣາເອນ.

ຈົ່ງຕັ້ງໃຈຟັງເຮົາ; ແລະປະຊາຊົນຂອງເຮົາເອີຍຈົ່ງຟັງເຮົາ,

ສອງສໍານວນນີ້ມີຄວາມຫມາຍຄືກັນ. ພວກເຂົາຊ່ວຍກັນເສີມສ້າງຄຳສັ່ງໃຫ້ຟັງ. (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-parallelism)

ເຮົາຈະເຮັດໃຫ້ຄວາມຍຸດຕິທຳຂອງເຮົາເປັນຄວາມສະຫວ່າງໃຫ້ແກ່ປະຊາຊາດທັງຫລາຍ

ໃນທີ່ນີ້ຄວາມຍຸດຕິທຳຂອງພຣະເຈົ້າເປັນຕົວແທນກົດຫມາຍຂອງພຣະອົງ, ແລະແສງສະຫວ່າງຫມາຍຄວາມຮູ້ໃນສິ່ງທີ່ຖືກຕ້ອງ. ນີ້ຫມາຍຄວາມວ່າປະຊາຊົນບັນດາປະເທດຈະເຂົ້າໃຈ ແລະ ປະຕິບັດຕາມກົດຫມາຍຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ກົດຫມາຍຂອງເຮົາຈະສອນປະຊາຊາດໃນສິ່ງທີ່ຖືກຕ້ອງ" ຫລື "ປະຊາຊາດຈະຮູ້ກົດຫມາຍຂອງເຮົາ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຄວາມຊອບທຳຂອງເຮົາຢູ່ໃກ້ແລ້ວ

ຄວາມຄິດຂອງ "ໃກ້" ແມ່ນຕົວແທນ "ໄວໆນີ້." ຄວາມຊອບທຳຂອງພຣະເຈົ້າທີ່ຢູ່ໃກ້ຫມາຍເຖິງພຣະອົງຈະຊົງສໍາແດງຄວາມຊອບທໍາຂອງພຣະອົງໃນໄວໆນີ້. ພຣະອົງຈະເຮັດສິ່ງນີ້ໂດຍການເຮັດຕາມຄຳສັນຍາຂອງພຣະອົງ ແລະ ຊ່ວຍຊີວິດປະຊາຊົນ. ອາດແປໄດ້ອີກວ່າ: "ເຮົາຈະສະແດງຄວາມຊອບທຳຂອງເຮົາໃນໄວໆນີ້" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ຄວາມພົ້ນຂອງເຮົາຈະອອກໄປ

ພຣະເຈົ້າກ່າວເຖິງການຊ່ວຍຊີວິດປະຊາຊົນໃຫ້ລອດ ຄືກັບວ່າຄວາມລອດຂອງພຣະອົງເປັນສິ່ງທີ່ສາມາດອອກໄປຫາພວກເຂົາໄດ້. ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍຊີວິດປະຊາຊົນ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ແຂນຂອງເຮົາຈະພິພາກສາບັນດາປະຊາຊາດ

ທີ່ນີ້ແມ່ນແຂນພຣະເຈົ້າສະແດງເຖິງອຳນາດຂອງພຣະອົງ, ແລະການພິພາກສາຫມາຍເຖິງການປົກຄອງ. ອາດແປໄດ້ອີກວ່າ: "ເຮົາຈະປົກຄອງປະເທດຊາດດ້ວຍອຳນາດຂອງເຮົາ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ແຜ່ນດິນແຄມທະເລ

ນີ້ຫມາຍເຖິງຄົນທີ່ອາໄສຢູ່ແຄມຝັ່ງທະເລຫ່າງໄກກັນຂ້າມທະເລ. ອາດແປໄດ້ອີກວ່າ: "ປະຊາຊົນທີ່ອາໄສຢູ່ແຄມຝັ່ງທະເລ" ຫລື "ປະຊາຊົນທີ່ອາໄສຢູ່ໃນດິນແດນຂ້າມທະເລ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metonymy)

ພວກເຂົາຈະລໍຄອຍຢ່າງຮ້ອນຮົນເພາະແຂນຂອງເຮົາ

ທີ່ນີ້ແມ່ນແຂນຂອງພຣະເຈົ້າສະແດງເຖິງສິ່ງ ທີ່ພຣະອົງຈະເຮັດ. ໃນນີ້ມັນຫມາຍເຖິງພຣະອົງຈະຊ່ວຍຊີວິດຄົນ. ອາດແປໄດ້ອີກວ່າ: "ພວກເຂົາຈະລໍຖ້າໃຫ້ເຮົາເຮັດບາງສິ່ງບາງຢ່າງກະຕືລືລົ້ນ" ຫລື "ພວກເຂົາຈະລໍຖ້າເຮົາໃຫ້ຊ່ວຍພວກເຂົາໃຫ້ລອດກະຕືລືລົ້ນ" (ເບີ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]])