lo_tn/isa/47/10.md

2.3 KiB

ປະໂຫຍກການເຊື່ອມຕໍ່:

ພຣະຢາເວຍັງສືບຕໍ່ເວົ້າກັບຊາວບາບີໂລນ ກ່ຽວກັບການຕົກຕໍ່າຂອງນາງຄືກັບວ່ານາງເປັນລາຊິນີທີ່ຮັບຄວາມອັບອາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])

ເຈົ້າເວົ້າໃນໃຈຂອງເຈົ້າວ່າ

ຄຳວ່າ "ໃຈ" ຫມາຍເຖິງພາຍໃນຄົນ. ອາດແປໄດ້ອີກວ່າ: "ທ່ານເວົ້າກັບຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄພພິບັດຈະມາເຖິງເຈົ້າ

ພຣະຢາເວກ່າວເຖິງໄພພິບັດຄືກັບວ່າມັນແມ່ນຄົນທີ່ຈັບຊາວບາບີໂລນ. ອາດແປໄດ້ອີກວ່າ: "ເຈົ້າຈະປະສົບກັບໄພພິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການທຳລາຍລ້າງຈະຕົກລົງມາເທິງເຈົ້າ

ພຣະຢາເວກ່າວວ່າຊາວບາບີໂລນຖືກທຳລາຍ ຄືກັບວ່າແມ່ນວັດຖຸທີ່ຕົກໃສ່ເມືອງ. ອາດແປໄດ້ອີກວ່າ: "ເຈົ້າຈະປະສົບກັບການທຳລາຍ" ຫລື "ຄົນອື່ນຈະທຳລາຍເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄພພິບັດຈະໂຈມຕີເຈົ້າຢ່າງກະທັນຫັນ

ພຣະຢາເວກ່າວເຖິງຊາວບາບີໂລນປະສົບກັບໄພພິບັດຄືກັບວ່າໄພພິບັດແມ່ນຄົນທີ່ໂຈມຕີເມືອງບາບີໂລນ. ອາດແປໄດ້ອີກວ່າ: "ເຈົ້າຈະປະສົບກັບຄວາມຫາຍະນະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)