lo_tn/isa/47/06.md

3.5 KiB

ປະໂຫຍກການເຊື່ອມຕໍ່:

ພຣະຢາເວຍັງສືບຕໍ່ເວົ້າກັບຊາວບາບີໂລນກ່ຽວກັບການຕົກຕໍ່າຂອງນາງ ຄືກັບວ່າລາວເປັນລາຊິນີທີ່ຮັບຄວາມອັບອາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])

ເຮົາໄດ້ໃຈຮ້າຍ

ຄຳວ່າ "ເຮົາ" ຫມາຍເຖິງພຣະຢາເວ.

ເຮົາໄດ້ທຳລາຍມໍລະດົກຂອງເຮົາເປັນມົນທິນ

ພຣະຢາເວກ່າວເຖິງປະຊາຊົນອິດສະຣາເອນວ່າ ເປັນສົມບັດພິເສດຂອງພຣະອົງ ຄືກັບວ່າພວກເຂົາເປັນມໍລະດົກ ຫລື ຊັບສິນຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາທໍາລາຍປະຊາຊົນຂອງເຮົາທີ່ເປັນມົນທິນ, ເຊິ່ງແມ່ນຊັບສິນພິເສດຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມອບພວກເຂົາໄວ້ໃນມືຂອງເຈົ້າ

ຄຳວ່າ “ມື” ຫມາຍເຖິງອໍານາດ ຫລື ການຄວບຄຸມຂອງບາບີໂລນ. ອາດແປໄດ້ອີກວ່າ: "ເຮົາໃຫ້ພວກເຂົາຢູ່ພາຍໃຕ້ອໍານາດຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າໄດ້ເອົາແອກທີ່ຫນັກໃສ່ເທິງຄົນແກ່

ພຣະຢາເວກ່າວເຖິງຊາວບາບີໂລນ ທີ່ກົດຂີ່ຂົ່ມເຫັງຄົນແກ່ຄືກັບວ່າພວກເຂົາໄດ້ປະຕິບັດ ກັບຄົນແກ່ຄືກັບງົວຄວາຍ ແລະ ເອົາແອກທີ່ຫນັກໃສ່ຄໍຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ອຍຈະປົກຄອງຕະຫລອດໄປໃນຖານະກະສັດທີ່ມີອຳນາດສູງສຸດ

ບາບີໂລນກ່າວເຖິງການປົກຄອງຖາວອນໃນປະເທດຫລາຍໆປະເທດ ຄືກັບວ່ານາງເປັນລາຊິນີທີ່ຈະປົກຄອງຕະຫລອດໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າບໍ່ໄດ້ເອົາໃຈໃສ່ສິ່ງເຫລົ່ານີ້

ພຣະຢາເວກ່າວເຖິງການຄິດຢ່າງລະມັດລະວັງ ກ່ຽວກັບບາງສິ່ງບາງຢ່າງ ຄືກັບວ່າມັນກຳລັງວາງສິ່ງນັ້ນໄວ້ໃນໃຈຂອງຄົນ ຫນື່ງ. ອາດແປໄດ້ອີກວ່າ: "ທ່ານບໍ່ໄດ້ພິຈາລະນາສິ່ງເຫລົ່ານີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)