lo_tn/isa/46/05.md

1.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເຈົ້າຈະປຽບເຮົາກັບໃຜ? ເຈົ້າຄິດວ່າເຮົາຄ້າຍຄືກັບໃຜ, ເພື່ອທີ່ເຮົາຈະເອົາມາປຽບທຽບກັນ?

ພຣະຢາເວໃຊ້ຄຳຖາມເພື່ອເນັ້ນຫນັກວ່າບໍ່ມີໃຜຄືກັບພຣະອົງ. ອາດແປໄດ້ອີກວ່າ: "ບໍ່ມີໃຜທີ່ເຈົ້າສາມາດປຽບທຽບເຮົາໄດ້. ເຮົາບໍ່ຄືກັນກັບໃຜ, ເພື່ອທີ່ເຮົາຈະເອົາມາປຽບທຽບກັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion|Rhetorical Question)

ເພື່ອທີ່ເຮົາຈະເອົາມາປຽບທຽບກັນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເພື່ອທີ່ເຈົ້າຈະເອົາມາປຽບທຽບພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive|Active or Passive)