lo_tn/isa/45/16.md

3.3 KiB

ພວກເຂົາທຸກຄົນຈະໄດ້ຮັບຄວາມອັບອາຍແລະກຽດຊັງກັນ; ຜູ້ທີ່ແກະສະຫລັກຮູບເຄົາຣົບຈະເດີນໄປໃນຄວາມອັບອາຍ

ສອງແຖວນີ້ມີຄວາມຫມາຍຄ້າຍຄືກັນ, ແຖວທີ່ສອງແມ່ນອະທິບາຍຫົວຂໍ້ທີຫນື່ງໃຫ້ກະຈ່າງແຈ້ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກເຂົາທຸກຄົນຈະໄດ້ຮັບຄວາມອັບອາຍແລະກຽດຊັງກັນ

ຄຳວ່າ "ອັບອາຍ" ແລະ "ກຽດຊັງ" ມີຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງຄວາມຮຸນແຮງຂອງຄວາມອັບອາຍ. ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຮູບເຄົາລົບຂອງພວກເຂົາຈະເຮັດໃຫ້ພວກເຂົາທັງຫມົດມີຄວາມລະອາຍຢ່າງແທ້ຈິງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-activepassive]])

ຈະເດີນໄປໃນຄວາມອັບອາຍ

ການດໍາເນີນຊີວິດຢູ່ໃນຄວາມອັບອາຍຢ່າງຕໍ່ເນື່ອງ ແມ່ນຖືກເວົ້າຄືກັບວ່າກຳລັງເດີນໄປໃນຄວາມອັບອາຍ. ອາດແປໄດ້ວ່າ: "ຈະອັບອາຍຢ່າງຕໍ່ເນື່ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຕ່ອິດສະຣາເອນຈະໄດ້ຮັບຄວາມລອດຈາກພຣະຢາ

ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະຊ່ວຍປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: ( rc://*/ta/man/translate/figs-activepassive))

ພວກເຈົ້າຈະບໍ່ຕ້ອງໄດ້ຮັບຄວາມລະອາຍຫລືອັບປະຍົດອົດສູອີກເລີຍ

ຄຳວ່າ “ພວກເຈົ້າ” ທີ່ນີ້ຫມາຍເຖິງປະຊາຊົນອິດສະຣາເອນ. ຄຳວ່າ "ລະອາຍ" ແລະ "ອັບປະຍົດອົດສູ" ມີຄວາມຫມາຍໂດຍພື້ນຖານແລ້ວຄືກັນ. ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຈະບໍ່ມີໃຜເຮັດໃຫ້ເຈົ້າອັບອາຍອີກຈັກເທື່ອ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-doublet]])