lo_tn/isa/45/13.md

2.6 KiB

ຂໍ້ມູມທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າ.

ເຮົາໄດ້ປຸກປັ່ນໄຊຣັດດ້ວຍຄວາມຊອບທຳ

ຄຳວ່າ "ຄວາມຊອບທຳ" ຫມາຍເຖິງການກະທຳທີ່ຖືກຕ້ອງ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທີ່ພຣະຢາເວ ໄດ້ປຸກປັ່ນໄຊຣັດເພື່ອໃຫ້ເຮັດສິ່ງທີ່ຖືກຕ້ອງ ຫລື 2) ພຣະຢາເວຊົງຖືກຕ້ອງທີ່ໄດ້ປຸກປັ່ນໄຊຣັດ.

ເຮົາໄດ້ປຸກປັ່ນໄຊຣັດ

ພຣະຢາເວກ່າວເຖິງການເຮັດໃຫ້ໄຊຣັດປະພຶດຕົວຄືກັບວ່າພຣະອົງກໍາາລັງປຸກປັ້ນລາວຈາກການນອນຫລັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະເຮັດໃຫ້ເສັ້ນທາງທັງຫລາຍຂອງລາວສະດວກ

ພຣະຢາເວກ່າວເຖິງການກຳຈັດອຸປະສັກ ແລະ ເຮັດໃຫ້ໄຊຣັດ ປະສົບຄວາມສຳເລັດ ຄືກັບວ່າພຣະອົງກຳລັງເຮັດໃຫ້ເສັ້ນທາງທີ່ໄຊຣັດຢ່າງໄປຢ່າງສະດວກສະບາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລາວຈະສ້າງເມືອງຂອງເຮົາ

ທີ່ນີ້ຫມາຍເຖິງເຢຣູຊາເລັມ.

ແລະບໍ່ແມ່ນເພື່ອຄ່າຈ້າງຫລືສິນບົນ

ທີ່ນີ້ຄຳວ່າ "ຄ່າຈ້າງ" ແລະ "ສິນບົນ" ມີຄວາມຫມາຍຄ້າຍຄືກັນ. ໄຊຣັດຈະບໍ່ເຮັດສິ່ງເຫລົ່ານີ້ເພື່ອຜົນປະໂຫຍດເລື່ອງເງິນ. ອາດແປໄດ້ອີກວ່າ: "ແລະລາວຈະບໍ່ເຮັດສິ່ງເຫລົ່ານີ້ເພື່ອເງິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ພຣະຢາ​ເວ​ຈອມ​ໂຢ​ທາ

ແປປະໂຫຍກນີ້ໃນແບບດຽວກັບທີ່ທ່ານໄດ້ແປໃນບົດ 1: 9.