lo_tn/isa/44/20.md

1.5 KiB

ມັນຄ້າຍຄືກັບວ່າເຂົາກຳລັງກິນຂີ້ເຖົ່າ

ພຣະຢາເວກ່າວເຖິງບຸກຄົນທີ່ນະມັດສະການຮູບເຄົາລົບຄືກັບວ່າຄົນນັ້ນກຳລັງກິນຂີ້ເຖົ່າທີ່ຖືກເຜົາຈາກໄມ້ທີ່ລາວເຮັດຮູບເຄົາລົບນັ້ນ. ເຊັ່ນດຽວກັບການກິນຂີ້ເຖົ່າບໍ່ໄດ້ເປັນປະໂຫຍດແກ່ບຸກຄົນ, ແລະການນະມັດສະການຮູບເຄົາລົບກໍ່ເຊັ່ນກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫົວໃຈທີ່ຫລອກລວງຂອງເຂົາໄດ້ນຳເຂົາໃຫ້ຫລົງຜິດ

ຫົວໃຈເປັນຕົວແທນຂອງຄົນທີ່ຢູ່ພາຍໃນ. ອາດແປໄດ້ອີກວ່າ: "ລາວຫລົງຜິດເພາະວ່າລາວຖືກຫລອກລວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຂົາບໍ່ສາມາດຊ່ວຍຊີວິດຂອງຕົນເອງໄດ້

"ຜູ້ທີ່ນະມັດສະການຮູບເຄົາລົບບໍ່ສາມາດຊ່ວຍຕົນເອງໄດ້"