lo_tn/isa/43/25.md

3.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເຮົາເອງ, ແມ່ນແລ້ວ, ເຮົາ

ຄຳວ່າ "ເຮົາ" ແມ່ນເວົ້າຊໍ້າແລ້ວຊໍ້ອີກເພື່ອການເນັ້ນຫນັກ. ອາດແປໄດ້ອີກວ່າ: "ເຮົາພຽງຜູ້ດຽວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຜູ້ທີ່ລົບລ້າງການກະທຳຜິດຂອງເຈົ້າ

ການໃຫ້ອະໄພບາບແມ່ນໄດ້ຖືກເວົ້າເຖິງໃນຖານະ 1) ລົບລ້າງພວກເຂົາອອກ ຫລືເຊັດພວກເຂົາອອກໄປ ຫລື 2) ລືບການຈົດບັນທຶກທີ່ຂອງຄວາມບາບ. ອາດແປໄດ້ອີກວ່າ: "ຜູ້ທີ່ໃຫ້ອະໄພຄວາມຜິດຂອງເຈົ້າຄືກັບຄົນທີ່ເຊັດສິ່ງໃດສິ່ງຫນື່ງ ອອກໄປ" ຫລື "ຜູ້ທີ່ໃຫ້ອະໄພການກະທຳຜິດຂອງເຈົ້າ ຄືກັບຄົນທີ່ລົບການບັນທຶກຄວາມບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອຜົນປະໂຫຍດຂອງເຮົາເອງ

"ເພື່ອກຽດສັກສີຂອງເຮົາເອງ" ຫລື "ເພື່ອຊື່ສຽງຂອງເຮົາເອງ"

ຈົ່ງເຮັດໃຫ້ເຮົາລະນຶກເຖິງ

"ຈື່"

ນຳສະເຫນີເຫດຜົນຂອງທ່ານ, ເພື່ອວ່າເຈົ້າຈະພິສູດວ່າບໍລິສຸດ.

ພຣະຢາເວທ້າທາຍປະຊາຊົນໃຫ້ສະແດງຫລັກຖານວ່າພວກເຂົາບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາທີ່ພຣະອົງໄດ້ເອົາມາຟອ້ງຕໍ່ພວກເຂົາ, ເຖິງແມ່ນວ່າພຣະອົງຮູ້ວ່າພວກເຂົາບໍ່ສາມາດເຮັດໄດ້. ອາດແປໄດ້ອີກວ່າ: "ນໍາສະເຫນີເຫດຜົນຂອງທ່ານ, ແຕ່ທ່ານບໍ່ສາມາດພິສູດຕົນເອງທ່ານໄດ້ວ້າເປັນຄົນບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ເພື່ອວ່າເຈົ້າຈະພິສູດວ່າບໍລິສຸດ.

ສິ່ງນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ໃຊ້ງານຢູ່. ອາດແປໄດ້ອີກວ່າ: "ທີ່ທ່ານອາດຈະພິສູດຕົນເອງວ່າບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)