lo_tn/isa/43/08.md

3.3 KiB

ຄົນທີ່ຕາບອດ ... ຄົນຫູຫນວກ

ພຮະຢາເວກ່າວເຖິງຜູ້ທີ່ບໍ່ຟັງ ຫລືບໍ່ເຊື່ອຟັງພຣະອົງພວກເຂົາຄືຄົນຕາບອດ ແລະຫູຫນວກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມີຜູ້ໃດໃນບັນດາພວກເຂົາທີ່ໄດ້ແຈ້ງເລື່ອງນີ້ ແລະບອກເຫດການກ່ອນຫນ້ານີ້ແກ່ເຮົາໄດ້?

ຄຳຖາມທີ່ບໍ່ຫວັງຄໍາຕອບນີ້ໃຊ້ພະເຈົ້າທີ່ບັນດາປະຊາຊາດນະມັດສະການ. ຄໍາຖາມທີ່ບໍ່ຫວັງຄຳຕອບບົ່ງບອກວ່າບໍ່ມີໃຜໃນພວກເຂົາສາມາດເຮັດສິ່ງນີ້ໄດ້. ຄຳຖາມນີ້ສາມາດແປເປັນ ປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີພະເຈົ້າອົງໃດຂອງພວກເຂົາສາມາດບອກເລື່ອງນີ້ ຫລື ປະກາດໃຫ້ພວກເຮົາເຖິງເຫດການກ່ອນຫນ້ານີ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-rquestion]])

ບອກເຫດການກ່ອນຫນ້ານີ້ແກ່ເຮົາ

ສໍານວນນີ້ຫມາຍເຖິງຄວາມສາມາດຂອງພວກເຂົາທີ່ຈະບອກກ່ຽວກັບເຫດການທີ່ເກີດຂື້ນໃນອະດີດກ່ອນທີ່ມັນຈະເກີດຂື້ນ. ອາດແປໄດ້ອີກວ່າ: "ປະກາດໃຫ້ພວກເຮົາຮູ້ເຖິງເຫດການກ່ອນຫນ້ານີ້ກ່ອນທີ່ມັນຈະເກີດຂື້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃຫ້ພວກເຂົານຳເອົາພະຍານຂອງພວກເຂົາມາພິສູດດ້ວຍຕົນເອງ, ໃຫ້ພວກເຂົາຟັງແລະຢືນຢັນວ່າ 'ມັນແມ່ນຄວາມຈິງ.'

ພຣະຢາເວທ້າທາຍບັນດາພະເຈົ້າທີ່ປະຊາຊາດຕ່າງໆນະມັດສະການໃຫ້ເປັນພະຍານ ເຊິ່ງຈະເປັນພະຍານວ່າພວກເຂົາສາມາດເຮັດສິ່ງເຫລົ່ານີ້ໄດ້, ເຖິງແມ່ນວ່າພຣະອົງຮູ້ວ່າພວກເຂົາບໍ່ສາມາດເຮັດໄດ້. ອາດແປໄດ້ອີກວ່າ: "ພະເຈົ້າເຫລົ່ານີ້ບໍ່ມີພະຍານຫລັກຖານໃດໆ ທີ່ຈະພິສູດວ່າພວກເຂົາຖືກຕ້ອງ, ພະຍານຕ່າງໆທີ່ຈະຟັງ ແລະຢືນຢັນວ່າ," ມັນແມ່ນຄວາມຈິງ '" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)