lo_tn/isa/42/18.md

2.8 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຊົງສືບຕໍ່ເວົ້າ

ເຈົ້າພວກຄົນຫູຫນວກ ... ຄົນຕາບອດ

ທີ່ນີ້ "ພວກເຈົ້າ" ແມ່ນພະຫູພົດ ແລະຫມາຍເຖິງປະຊາຊົນອິດສະຣາເອນ. ພຣະຢາເວກ່າວເຖິງຄວາມລົ້ມເຫລວຂອງພວກເຂົາທີ່ຈະຟັງພຣະອົງ ແລະ ເຊື່ອຟັງພຣະອົງຄືກັບວ່າພວກເຂົາຫູຫນວກ ແລະ ຕາບອດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-youdual]] ແລະ [[rc:///ta/man/translate/figs-metaphor]])

ຜູ້ໃດເປັນຄົນຕາບອດບໍ່ແມ່ນຜູ້ຮັບໃຊ້ຂອງເຮົາບໍ? ຫລືໃຜທີ່ເປັນຄົນຫູຫນວກເຫມືອນກັບຜູ້ສົ່ງຂ່າວສານຂອງເຮົາທີ່ເຮົາສົ່ງໄປບໍ?

ພຣະຢາເວຖາມຄຳຖາມທີ່ບໍ່ຫວັງຄໍາຕອບເຫລົ່ານີ້ເພື່ອດ່າປະຊາຊົນຂອງພະອົງ ແລະກ່າວເນັ້ນວ່າບໍ່ມີໃຜຕາບອດຫລືຫູຫນວກຄືກັນກັບພວກເຂົາ. ອາດແປໄດ້ອີກວ່າ: "ບໍ່ມີໃຜຕາບອດຄືກັນຜູ້ຮັບໃຊ້ຂອງເຮົາ. ບໍ່ມີໃຜຫູຫນວກຄືກັບຜູ້ຮັບສົ່ງຂ່າວສານທີ່ເຮົາສົ່ງໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້ທີ່ຕາບອດເຫມືອນກັບຜູ້ທີ່ມີສ່ວນຮ່ວມງານພັນທະສັນຍາຂອງເຮົາ, ຫລືຄົນຕາບອດຄືຜູ້ຮັບໃຊ້ຂອງພຣະຢາເວ?

ພຣະຢາເວຖາມຄຳຖາມທີ່ບໍ່ຫວັງຄໍາຕອບເຫລົ່ານີ້ເພື່ອດ່າປະຊາຊົນຂອງພະອົງ ແລະກ່າວເນັ້ນວ່າບໍ່ມີໃຜຕາບອດຫລືຫູ ຫນວກຄືກັນພວກເຂົາ. ອາດແປໄດ້ອີກວ່າ: "ບໍ່ມີໃຜຕາບອດຄືກັນກັບຜູ້ທີ່ມີສ່ວນຮ່ວມງານພັນທະສັນຍາຂອງເຮົາ. ບໍ່ມີໃຜຕາບອດຄືກັບຜູ້ຮັບໃຊ້ຂອງພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)