lo_tn/isa/42/12.md

1.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງຊົງສືບຕໍ່ເວົ້າ.

ຂໍໃຫ້ພວກເຂົາຖວາຍພຣະສິລິ

ໃນນີ້ຄຳວ່າ “ພວກເຂົາ” ຫມາຍເຖິງປະຊາຊົນຢູ່ແຄມຝັ່ງທະເລ.

ພຣະຢາເວຈະສະເດັດອອກໄປຢ່າງນັກຮົບ; ຄືກັບເປັນຄົນແຫ່ງສົງຄາມ

ພຣະຢາເວປຽບທຽບກັບນັກຮົບ ຜູ້ທີ່ກຽມພ້ອມທີ່ຈະເອົາຊະນະສັດຕູຂອງປະຊາຊົນພຣະອົງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-parallelism]])

ພຣະອົງຈະກະຕຸ້ນຄວາມກະຕືລືລົ້ນຂອງພຣະອົງ

ໃນນີ້ຄຳວ່າ “ຄວາມກະຕືລືລົ້ນ” ຫມາຍເຖິງຄວາມກະຕືລືລົ້ນທີ່ນັກຮົບປະສົບໃນເວລາທີ່ລາວກຳລັງຈະໄປສູ້ຮົບ. ພຣະຢາເວຊົງກະຕຸ້ນຄວາມກະຕືລືລົ້ນຂອງພຣະອົງເວົ້າຄືກັບວ່າພຣະອົງໄດ້ກວນມັນຄືກັບລົມກວນຄື້ນຟອງນໍ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)