lo_tn/isa/41/25.md

4.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ໄປ.

ເຮົາໄດ້ໃຫ້ຄົນຫນຶ່ງຂຶ້ນມາ

ພຣະຢາເວກ່າວເຖິງການແຕ່ງຕັ້ງຜູ້ໃດຜູ້ໜຶ່ງຄືກັບວ່າພຣະອົງໄດ້ລ້ຽງຄົນນັ້ນຂຶ້ນ. ອາດແປໄດ້ອີກວ່າ: "ເຮົາໄດ້ແຕ່ງຕັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈາກທາງຕາເວັນຂຶ້ນ

ສິ່ງນີ້ຫມາຍເຖິງທິດຕາເວັນອອກ, ທິດທາງທີ່ດວງຕາເວັນຂຶ້ນ. ອາດແປໄດ້ອີກວ່າ: "ຈາກທິດຕາເວັນອອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ທີ່ຮ້ອງອອກຫານາມຂອງເຮົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ບຸກຄົນນີ້ຮ້ອງຂໍ່ພຣະຢາເວສຳລັບຄວາມສຳເລັດຂອງລາວ ຫລື 2) ບຸກຄົນນີ້ນະມັດສະການພຣະຢາເວ.

ລາວຈະຢຽບຢ່ຳບັນດາຜູ້ປົກຄອງ

ການເອົາຊະນະບັນດາຜູ້ປົກຄອງຂອງປະເທດອື່ນແມ່ນເວົ້າເຖິງຄືວ່າພວກເຂົາກຳລັງຖືກຢຽບຢູ່ໃຕ້ຕີນ. ອາດແປໄດ້ອີກວ່າ: "ລາວຈະເອົາຊະນະບັນດາຜູ້ປົກຄອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄືກັບຊ່າງປັ້ນຫມໍ້ທີ່ກຳລັງຢຽບດິນຫນຽວ

ພຣະຢາເວປຽບທຽບວິທີທີ່ບຸກຄົນນີ້ຈະຢຽບບັນດາຜູ້ປົກຄອງຄົນອື່ນກັບວິທີການທີ່ຊ່າງປັ້ນຫນໍ້ຢຽບດິນເພື່ອຜະສົມກັບນໍ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຜູ້ໃດປະກາດເລື່ອງນີ້ໄວ້ຕັ້ງແຕ່ປະຖົມມະການ, ເພື່ອພວກເຮົາຈະໄດ້ຮູ້? ກ່ອນເວລານີ້, ເພື່ອພວກເຮົາຈະເວົ້າວ່າ, "ທ່ານເວົ້າຖືກ"

ພຣະຢາເວໃຊ້ຄຳຖາມເຫລົ່ານີ້ເພື່ອເຍາະເຍີ້ຍຮູບເຄົາລົບທີ່ຄົນບູຊາ. ຄຳຕອບທີ່ບົ່ງບອກແມ່ນ 1) ຮູບເຄົາຣົບບໍ່ໄດ້ເຮັດສິ່ງເຫລົ່ານີ້ແລະ 2) ພຣະຢາເວແມ່ນຜູ້ທີ່ໄດ້ເຮັດສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: "ບໍ່ມີຮູບເຄົາລົບໃດປະກາດເລື່ອງນີ້ຕັ້ງແຕ່ປະຖົມມະການ, ເພື່ອພວກເຮົາຈະໄດ້ຮູ້. ແລະບໍ່ມີໃຜປະກາດເລື່ອງນີ້ກ່ອນເວລາ, ເພື່ອວ່າພວກເຮົາຈະເວົ້າວ່າ, 'ທ່ານເວົ້າຖືກ.'" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-ellipsis]])

ແທ້ຈິງແລ້ວບໍ່ມີໃຜໃນພວກເຂົາໄດ້ອອກ ຄຳສັ່ງດັ່ງກ່າວ, ແມ່ນແລ້ວ, ບໍ່ມີໃຜໄດ້ຍິນວ່າເຈົ້າເວົ້າຫຍັງ

"ແທ້ຈິງແລ້ວ, ບໍ່ມີຮູບເຄົາລົບໃດໆໄດ້ອອກ ຄຳສັ່ງດັ່ງກ່າວ. ແທ້ຈິງແລ້ວ, ບໍ່ມີໃຜໄດ້ຍິນວ່າຮູບເຄົາລົບເວົ້າຫຍັງ"