lo_tn/isa/41/14.md

5.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນ.

ຢາໂຄບເຈົ້າເປັນເຫມືອນໂຕຫນອນ, ແລະພວກອິດສະຣາເອນ

ໃນນີ້ຄຳວ່າ “ ຢາໂຄບ” ແລະ“ ພວກອິດສະຣາເອນ” ຫມາຍເຖິງຄົນດຽວກັນ. ອາດແປໄດ້ອີກວ່າ: "ເຈົ້າພວກອິດສະຣາເອນທີ່ເຫມືອນໂຕຫນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຢາໂຄບເຈົ້າເປັນເຫມືອນໂຕຫນອນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ຫມາຍເຖິງຄວາມຄິດເຫັນຂອງປະຊາຊາດອື່ນກ່ຽວກັບປະຊາຊົນອິດສະຣາເອນ ຫລື 2) ວ່ານີ້ຫມາຍເຖິງຄວາມຄິດເຫັນຂອງປະຊາຊົນອິດສະຣາເອນຕໍ່ຕົວເອງ. ພຣະຢາເວກ່າວເຖິງຄວາມໄຣດຽງສາຂອງພວກເຂົາເປັນເຫມືອນໂຕຫນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄຳປະກາດຂອງພຣະຢາເວ

ຄໍານີ້ສາມາດໄດ້ຮັບການຂຽນຄືນເພື່ອໃຫ້ເປັນສໍານວນຄໍານາມ "ການປະກາດ" ແມ່ນການສະແດງອອກຂອງຄໍາກິລິຍາ "ປະກາດ" ຫລື "ເວົ້າຢ່າງຈິງຈັງ." ອາດແປໄດ້ອີກວ່າ: "ພຣະຢາເວປະກາດ" ຫລື "ພຣະຢາເວເວົ້າຢ່າງຈິງຈັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ອົງບໍລິສຸດຂອງອິດສະຣາເອນ

ແປປະໂຫຍກນີ້ໃນແບບດຽວກັບທີ່ທ່ານໄດ້ແປໃນບົດ 1: 4.

ເຮົາກຳລັງເຮັດໃຫ້ເຈົ້າເຫມືອນດັ່ງແປ້ນຟາດເຂົ້າທີ່ທັງຄົມ ... ເຈົ້າຈະເຮັດໃຫ້ເນີນພູມຸ່ນທະລາຍກາຍເປັນຂີ້ຝຸ່ນ

ພຣະຢາເວກ່າວເຖິງການເຮັດໃຫ້ອິດສະຣາເອນສາມາດເອົາຊະນະສັດຕູຂອງພວກເຂົາໄດ້ຄືກັບວ່າພຣະອົງກຳລັງເຮັດໃຫ້ປະຊາຊາດເປັນດັ່ງແປ້ນຟາດເຂົ້າທີ່ທັງຄົມເຊິ່ງຈະປັບລະດັບພູເຂົາສູງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແປ້ນຟາດເຂົ້າທີ່ທັງຄົມ

ແປ້ນຟາດເຂົ້າທີ່ທັງຄົມແມ່ນກະດານທີ່ມີຫນາມແຫລມເຊິ່ງບາງຄົນຈະລາກມັນຢູ່ເທິງສວນເຂົ້າບາເລເພື່ອແຍກເມັດອອກຈາກແກບ.

ມີສອງຄົມ

ຄົມ - ນີ້ຫມາຍເຖິງຂອບຂອງຫມາມທີ່ຕິດຢູ່ແປ້ນຟາດເຂົ້າ. ພວກມັນມີ "ສອງຄົມ" ຫມາຍຄວາມວ່າພວກມັນມີຄວາມແຫລມຄົມຫລາຍ.

ເຈົ້າຈະຟາດແລະທຳລາຍພູເຂົາທັງຫລາຍລົງ

ແທນທີ່ຈະເປັນແປ້ນຟາດເຂົ້າ, ປະຊາຊົນອິດສະລາເອນຈະຟາດພູເຂົາ, ເຊິ່ງເປັນຕົວແທນຂອງບັນດາປະຊາຊາດທີ່ມີອຳ ນາດເຊິ່ງເປັນສັດຕູຂອງອິດສະຣາເອນ. ອາດແປໄດ້ອີກວ່າ: "ເຈົ້າຈະຟາດສັດຕູຂອງທ່ານ ແລະ ທໍາລາຍພວກເຂົາຄືກັບວ່າພວກເຂົາເປັນເມັດພືດ, ເຖິງແມ່ນວ່າພວກເຂົາຈະແຂງແຮງຄືກັບພູເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-hyperbole]])

ເຈົ້າຈະເຮັດໃຫ້ເນີນພູມຸ່ນທະລາຍກາຍເປັນຂີ້ຝຸ່ນ

ແຖວນີ້ມີຄວາມຫມາຍຄ້າຍຄືກັບແຖວທີ່ຜ່ານມາ ແຕ່ສະແດງຂັ້ນຕອນຕໍ່ໄປໃນຂະບວນການເກັບກ່ຽວເຂົ້າເມັດພືດ. ເນີນພູ, ເຊິ່ງເປັນຕົວແທນສັດຕູຂອງພວກອິດສະຣາເອນ, ທີ່ຈະເປັນຄືກັບຂີ້ຝຸ່ນທີ່ບໍ່ມີຄ່າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)