lo_tn/isa/41/03.md

4.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຍັງຕໍ່ເວົ້າກັບແຜ່ນດິນຊາຍຝັ່ງທະເລ ແລະປະເທດຕ່າງໆ.

ທ່ານໄລ່ຕິດຕາມພວກເຂົາແລະຜ່ານໄປດ້ວຍຄວາມປອດໄພ,

"ຜູ້ນໍາຈາກທິດຕາເວັນອອກໄລ່ຕາມປະຊາຊາດ"

ໂດຍເສັ້ນທາງທີ່ວ່ອງໄວທີ່ຕີນຂອງທ່ານເກືອບບໍ່ໄດ້ຍຽບລົງໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນການປຽບທຽບທີ່ລາວ ແລະ ກອງທັບຂອງລາວເຄື່ອນຍ້າຍຢ່າງວ່ອງໄວຄືກັບວ່າວ່າຕີນຂອງລາວເກືອບຈະບໍ່ແຕະຕ້ອງພື້ນດິນ. ອາດແປໄດ້ອີກວ່າ: "ໂດຍເສັ້ນທາງທີ່ລາວເຄື່ອນທີໄປດ້ວຍຄວາມໄວສູງ" ຫລື 2) "ຕີນ" ແມ່ນຄໍາອຸປະມາ ແລະສໍານວນທີ່ຊີ້ໃຫ້ເຫັນວ່ານີ້ແມ່ນເສັ້ນທາງທີ່ພວກເຂົາບໍ່ໄດ້ເດີນທາງມາກ່ອນ. ອາດແປໄດ້ອີກວ່າ: "ໂດຍເສັ້ນທາງທີ່ລາວບໍ່ເຄີຍເດີນທາງມາກ່ອນ" (ເບິ່ງເພີ່ມເຕີມ: igs_metaphor ແລະ rc://*/ta/man/translate/figs-synecdoche)

ໃຜໄດ້ປະຕິບັດແລະເຮັດສິ່ງເຫລົ່ານີ້ສຳເລັດ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະອົງເປັນຜູ້ທີ່ໄດ້ເຮັດສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: "ໄດ້ປະຕິບັດແລະເຮັດສິ່ງເຫລົ່ານີ້ສຳເລັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້ໃດໄດ້ເອີ້ນຄົນທຸກຊົນຊາດຕັ້ງແຕ່ປະຖົມມະການ?

ທີ່ນີ້ຄຳວ່າ “ທຸກຊົນຊາດ” ເປັນຕົວແທນປະຫວັດສາດຂອງມະນຸດທັງຫມົດ, ເຊິ່ງພຣະຢາເວໄດ້ຊົງສ້າງ ແລະນຳພາຕະລອດປະຫວັດສາດ. ຄຳຖາມທີ່ບໍ່ຫວັງຄໍາຕອບໃນທາງລົບນີ້ຄື, ພຣະຢາເວ. ອາດແປໄດ້ອີກວ່າ: "ເຮົາໄດ້ລວບລວມຄົນທຸກຊົນຊາດຕັ້ງແຕ່ປະຖົມມະການ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ປະຕິບັດ ແລະ ເຮັດສຳເລັດ

ສອງຄຳນີ້ມີຄວາມຫມາຍໂດຍພື້ນຖານແລ້ວເປັນສິ່ງດຽວກັນແລະເນັ້ນຫນັກວ່າພຣະຢາເວແມ່ນຜູ້ທີ່ໄດ້ເຮັດສິ່ງເຫລົ່ານີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຜູ້ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທີ່ພຣະຢາເວຊົງດໍາລົງຢູ່ກ່ອນການຊົງສ້າງ ແລະ ຈະມີຢູ່ໃນຕອນທ້າຍຂອງການຊົງສ້າງຫລື 2) ທີ່ພຣະຢາເວຊົງຢູ່ກ່ອນມະນຸດລຸ້ນທໍາອິດຂອງມະນຸດ ແລະ ຈະຢູ່ໃນລຸ້ນສຸດທ້າຍຂອງມະນຸດ.